ຫວຽດນາມ ແລະ ອິນໂດເນເຊຍ ຊຸກຍູ້ການຮ່ວມມືໃນຂົງເຂດທະເລ ແລະ ອາຊີບການປະມົງ

Chia sẻ
(VOVWORLD) - ວັນທີ 17 ມັງກອນ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ. ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ.
ຫວຽດນາມ ແລະ ອິນໂດເນເຊຍ ຊຸກຍູ້ການຮ່ວມມືໃນຂົງເຂດທະເລ ແລະ ອາຊີບການປະມົງ - ảnh 1 ຫວຽດນາມ ແລະ ອິນໂດເນເຊຍ ຊຸກຍູ້ການຮ່ວມມືໃນຂົງເຂດທະເລ ແລະ ອາຊີບການປະມົງ (ພາບ: TTXVN)

        ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການເຊັນບົດບັນທຶກການຮ່ວມມືລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງທະເລ ແລະ ການປະມົງ ອິນໂດເນເຊຍ ໂດຍໄວກ່ຽວກັບໂຄງການຮ່ວມມືໃນ 5 ປີຈະມາເຖິງ, ກໍ່ຄືບັນດາການເຄື່ອນໄຫວຮ່ວມມືລະອຽດຄືເພີ່ມທະວີການແລກປ່ຽນຄະນະຜູ້ແທນ.

        2 ຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສ້າງຕັ້ງໂທລະສັບສາຍດ່ວນ, ແກ້ໄຂບັນດາບັນຫາຢ່າງເຂັ້ມງວດ ແນໃສ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດພັດທະນາໃນໄລຍະຈະມາເຖິງ.

ຕອບກັບ