ຫວຽດນາມ ແລະ ສ.ໂດມິນິກັນ ມີຄວາມຕິດພັນກັນຍ້ອນມີ່ຈຸດຄ້າຍຄືກັນກ່ຽວກັບຄວາມຄາດໝາຍຫວັງຢາກມີເສລີພາບ ແລະ ຄວາມກ້າວໜ້າຂອງສັງຄົມ

Chia sẻ
(VOVWORLD) -ທ່ານ Juan Bosh ແລະ ປະທານ ໂຮ່ຈີມິນ ແມ່ນບັນດານັກຮົບປະຕິວັດຍາມໃດກໍ່ສູ້ຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອຄວາມເສລີພາບ ແລະ ຄວາມຜາສຸກຂອງປະຊາຊົນ, ເພື່ອສັງຄົມທີ່ນັບມື້ນັບຈົບງາມກ່ວາເກົ່າ.
ຫວຽດນາມ ແລະ ສ.ໂດມິນິກັນ ມີຄວາມຕິດພັນກັນຍ້ອນມີ່ຈຸດຄ້າຍຄືກັນກ່ຽວກັບຄວາມຄາດໝາຍຫວັງຢາກມີເສລີພາບ ແລະ ຄວາມກ້າວໜ້າຂອງສັງຄົມ - ảnh 1ທ່ານເອກອັກຄະລັດຖະທູດ  Francisco Rodríguez ວາງພວງມາລາຢູ່ຕໍ່ໜ້າຮູບປັ້ນ ສາດສະດາຈານ Juan Bosch
(ພາບ: Vietnam+)

ກ່າວຄຳເຫັນທີ່ພິທີວາງພວງມາລາຢູ່ຕໍ່ໜ້າຮູບປັ້ນ ສາດສະດາຈານ Juan Bosch, ນັກປະພັນ, ນັກແນວຄິດ, ນັກຮົບຕໍ່ສູ້ ເພື່ອພາລະກິດປົດປ່ອຍ ສາທາລະນະລັດ ໂດມິນິກັນ ແລະ ອາເມລິກາລາຕິນ, ປະທານາທິບໍດີປະເທດຜູ້ທຳອິດຂອງຟື້ນຖານປະຊາທິປະໄຕ ໂດມິນິກັນ (1909-2001), ວັນທີ 17 ມີນາ ຢູ່ສວນສາທາລະນະ ຮົ່ວບີ່ງ, ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ໂດມິນິກັນ ປະະຈຳ ຫວຽດນາມ Francisco Rodríguez, ໄດ້ແບງປັນວ່າ ທ່ານ Juan Bosh ແລະ ປະທານ ໂຮ່ຈີມິນ ແມ່ນບັນດານັກຮົບປະຕິວັດຍາມໃດກໍ່ສູ້ຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອຄວາມເສລີພາບ ແລະ ຄວາມຜາສຸກຂອງປະຊາຊົນ, ເພື່ອສັງຄົມທີ່ນັບມື້ນັບຈົບງາມກ່ວາເກົ່າ.ທ່ານສາດສະດາຈານ Juan Bosch ຍາມໃດກໍ່ມີຄວາມຮັກແພງເປັນພິເສດກັບປະທານ ໂຮ່ຈີມິນ, ກໍ່ຄືຍາມໃດກໍ່ມີຄວາມເຊື່ອໝັ້ນຕ້ອງມີໄຊຢ່າງແນ່ນອນໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ຂອງ ປະຊາຊົນຫວຽດນາມ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີກັບປະຊາຊົນທີ່ກ້າວໜ້າໃນໂລກ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Francisco Rodríguez ສະແດງຄວາມຮູ້ສຶກເປັນກຽດທີ່ໄດ້ແຕ່ງຕັ້ງມາເປັນເອກອັກຄະລັດຖະທູດຜູ້ທຳອິດປະຈຳຫວຽດນາມ, ພ້ອມດຽວກັນນັ້ນ ຍັງໃຫ້ຮູ້ວ່າ, ກຳລັງກະກຽມເປີດສະຖານທູດສາທາລະນະລັດ Dominican ຢູ່ຮ່າໂນ້ຍ, ເຫດການຈະແມ່ນຂີດໝາຍ ທີ່ສຳຄັນໃນການພົວພັນສອງປະເທດ.

ຕອບກັບ