ຫວຽດນາມ ແລະ ສະຫະພາບເອີລົບ ເຊັນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ

Chia sẻ

ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ​ ​ເຊັນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ

ຫວຽດນາມ ແລະ ສະຫະພາບເອີລົບ ເຊັນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ - ảnh 1

(vovworld) - ວັນ​ທີ 27/6, ຢູ່ ບຣຸກ​ແຊນ ປະ​ເທດ ​ແບນ​ຊິກ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ Pham Binh Minh ພ້ອມ​ກັບ​​ກຳມະການຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ຄວາມ​ໝັ້ນຄົງ ​ແລະ ພົວພັນ​ຕ່າງປະ​ເທດ​ສະຫະພາບ ​ເອີ​ລົບ (ຫຼື EU) ທ່ານ​ນາງ Catherine Ashton ​ໄດ້​ເຊັນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ຫວຽດນາມ - EU (ຫຼື PCA), ​ເລີ່​ມຕົ້ນ​​ວິວັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ 2 ຝ່າຍ​ (ຫຼື FTA) ຢ່າງ​ເປັນ​ທາງ​ການ. ​ໃນ​ຖະ​ແຫຼ​ງການ​ທີ່​ໄດ້​ຍົກ​ອອກ​ມາ​ເມື​່ອວັນ​ທີ 26/6, ທ່ານ​ນາງ Ashton ຢືນຢັນ​ເລ່ື່ອງ ​ເຊັນ​ສັນຍາ PCA ຈະ​ນຳ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ EU ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຮັບ​ຮູ້ ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ນຳ​ໜ້າ​ໃນ​ກຸ່ມ ອາ​ຊຽນ, ທ່ານ​ນາງ Ashton ​ໃຫ້​ຮູ້​ວ່າ: EU ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື ​ພ້ອມ​ແລ້ວທີ່​ຈະ​ຮັບຜິດຊອບໜ້າ​ທີ່​ນັບ​ມື້​ນັບ​​ໃຫຍ່​ຫຼວງ​ໃນ​ເວທີ​ສາກົນ.