ຫວຽດ​ນາມ ແລະ ລາວ ເຊັນ​ສັນ​ຍາ​ການ​ຄ້າສະ​ບັບ​ໃໝ່

Chia sẻ
(VOVWORLD) - ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ພ້ອມກັບລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າ ລາວໄດ້ ເຊັນ ສັນຍາການຄ້າ ຫວຽດນາມ - ລາວສະບັບໃໝ່, ເພື່ອແນໃສ່ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວສົ່ງອອກນຳເຂົ້າສິນຄ້າ
ຫວຽດ​ນາມ ແລະ ລາວ ເຊັນ​ສັນ​ຍາ​ການ​ຄ້າສະ​ບັບ​ໃໝ່ - ảnh 1ພິທີລົງນາມສັນຍາການຄ້າ ລະຫວ່າງ ສອງຝ່າຍ (ພາບ: VOV)

ວັນທີ 8 ເມສາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະຜູ້ແທນ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດຍທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມສົນທະນາ ກັບຄະນະຜູ້ແທນ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໂດຍທ່ານລັດຖະມົນຕີ ມະໄລທອງ ກົມມະສິດ ເປັນຫົວໜ້າຄະນະ. ນະທີ່ນີ້, ລັດຖະມົນຕີ ສອງທ່ານ ໄດ້ເຫັນດີເປັນເອກະພາບ ຍູ້ແຮງ ການຈັດຕັ້ງບັນດາການເຄື່ອນໄຫວທຸລະກຳການຄ້າ, ເຊື່ອມຕໍ່ວິສາຫະກິດສອງປະເທດ ຄື: ບັນດາເວທີປາໄສ ວິສາຫະກິດ, ກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າ ວິສາຫະກິດ, ຕະຫຼາດນັດການຄ້າ, ເວທີປາໄສຊຸກຍູ້ການຄ້າ, ກອງປະຊຸມສຳມະນາຂໍ້ມູນຕະຫຼາດ; ຊຸກຍູ້ການຮ່ວມມືພັດທະນາພື້ນຖານໂຄງລ່າງ ທາງການຄ້າເຂດຊາຍແດນ ຫວຽດນາມ - ລາວ; ສຸມໃສ່ຂຸດຄົ້ນບັນດາເຂດອຸດສາຫະກຳ, ເຂດເສດຖະກິດດ່ານຊາຍແດນ ທີ່ມີຢູ່ແລ້ວໃນປັດຈຸບັນ ຂອງສອງປະເທດຢ່າງມີປະສິດທິຜົນທີ່ສຸດ.

ສິ້ນສຸດການໂອ້ສົມສົນທະນາ,  ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ພ້ອມກັບລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າ ລາວໄດ້ ເຊັນ ສັນຍາການຄ້າ ຫວຽດນາມ - ລາວສະບັບໃໝ່, ເພື່ອແນໃສ່ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວສົ່ງອອກນຳເຂົ້າສິນຄ້າ, ປະກອບສ່ວນເພີ່ມທະວີການພົວພັນທາງການຄ້າ ຫວຽດນາມ - ລາວ, ລາວ - ຫວຽດນາມ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ຕອບກັບ