ຫວຽດນາມ ແລະ ນອກແວ ໃຫ້ຄຳໝັ້ນສັນຍາ ແລະ ຕັດສິນໃຈຊຸກຍູ້ການຮ່ວມມື

Chia sẻ
(VOVWORLD) - 2 ປະເທດພ້ອມກັນໃຫ້ຄຳໝັ້ນສັນຍາ ແລະ ຕັດສິນໃຈຊຸກຍູ້ການຮ່ວມມື, ປະກອບສ່ວນສ້າງເນື້ອໃນຈິດໃຈຫລາຍຝ່າຍ ແລະ ປັບປຸງລະບົບຫລາຍຝ່າຍ ເພື່ອຜົນປະໂຫຍດຂອງ 2 ປະເທດ, 2 ພາກພື້ນ ແລະ ທົ່ວໂລກ.
ຫວຽດນາມ ແລະ ນອກແວ ໃຫ້ຄຳໝັ້ນສັນຍາ ແລະ ຕັດສິນໃຈຊຸກຍູ້ການຮ່ວມມື - ảnh 1ກອງປະຊຸມບັນລະຍາຍຢູ່ ຮ່າໂນ້ຍ.  ພາບ: baoquocte.vn

  ຕອນບ່າຍວັນທີ 14 ຕຸລາ, ທີ່ຮ່າໂນ້ຍ, ສະຖາບັນການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຖານທູດ ນອກແວ ປະຈຳ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງປະຊຸມບັນລະຍາຍຂອງທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ນອກແວ Ine Eriksen Soreide ດ້ວຍຫົວຂໍ້ “ລັດທິຫລາຍຝ່າຍໃນສະພາບການທົ່ວໂລກມີຄວາມເຄັ່ງຕຶງດ້ານພູມສາດການເມືອງເພີ່ມຂຶ້ນ ແລະ ກຳລັງກົດດັນຕໍ່ລະບົບຫລາຍຝ່າຍ”. ເຫດການດັ່ງກ່າວມີຄວາມໝາຍແທດຈິງ ປະກອບສ່ວນເພີ່ມທະວີການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ນອກແວ, ການສົມທົບກັນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສຫລາຍຝ່າຍ.

        ທີ່ກອງປະຊຸມບັນລະຍາຍ. ບັນດາຜູ້ແທນມີໂອກາດເພື່ອແລກປ່ຽນກັບນັກບັນລະຍາຍກ່ຽວກັບບັນດາຂົງເຂດຮ່ວມມືມີຄວາມສາມາດບົ່ມຊ້ອນລະຫວ່າງ ຫວຽດນາມ ແລະ ນອກແວ, ໃນນັ້ນ ໄດ້ເນັ້ນໜັກເປັນພິເສດເຖິງເລື່ອງ 2 ປະເທດພ້ອມກັນໃຫ້ຄຳໝັ້ນສັນຍາ ແລະ ຕັດສິນໃຈຊຸກຍູ້ການຮ່ວມມື, ປະກອບສ່ວນສ້າງເນື້ອໃນຈິດໃຈຫລາຍຝ່າຍ ແລະ ປັບປຸງລະບົບຫລາຍຝ່າຍ ເພື່ອຜົນປະໂຫຍດຂອງ 2 ປະເທດ, 2 ພາກພື້ນ ແລະ ທົ່ວໂລກ.

ຕອບກັບ