ຫວຽດນາມ ແລະ ຈີນ ມີລະດັບການເຕີບໂຕເສດຖະກິດໄວທີ່ສຸດໃນປີ 2021

Chia sẻ
(VOVWORLD) - ບໍລິສັດ Moodys Analytics ຄາດຄະເນວ່າ ບັນດາພື້ນຖານເສດຖະກິດ ຫວຽດນາມ ແລະ ຈີນ ຈະເຕີບໂຕໄວທີ່ສຸດໃນປີ 2021 ດ້ວຍລະດັບການເຕີບໂຕສູງກ່ວາ 7%. ສິ່ງດັ່ງກ່າວ ຈະນຳພາກພື້ນ ອາຊີ - ປາຊີຟິກ ກາຍເປັນພາກພື້ນນຳໜ້າກ່ຽວກັບການຟື້ນຟູໃນທົ່ວໂລກ ພາຍຫລັງໂລກລະບາດໂຄວິດ-19.
ຫວຽດນາມ ແລະ ຈີນ ມີລະດັບການເຕີບໂຕເສດຖະກິດໄວທີ່ສຸດໃນປີ 2021 - ảnh 1 ພາບປະກອບ / TTXVN

        ທ່ານ Steve Cochraine, ນັກຊ່ຽວຊານດ້ານເສດຖະກິດ, ຫົວໜ້າພາກສ່ວນໄຈ້ແຍກຂອງ Moodys Analytics ກ່ຽວກັບພາກພື້ນ ອາຊີ - ປາຊີຟິກ ໃຫ້ຮູ້ວ່າ: ພື້ນຖານເສດຖະກິດ ອາຊີ - ປາຊີຟິກ ພວມພັດທະນາ ດ້ວຍການຟື້ນຟູຂອງການຜະລິດອຸດສາຫະກຳ ແລະ ການຄ້າທົ່ວໂລກ.

        Moodys Analytics ຄາດຄະເນວ່າ ການຟື້ນຟູເສດຖະກິດ ຈະເກີດຂຶ້ນໃນທົ່ວພາກພື້ນ ອາຊີ - ປາຊີຟິກ ໃນປີ 2021. ເຖິງຢ່າງໃດກໍ່ຕາມ, ການຟື້ນຟູນັ້ນ ຈະບໍ່ຮອບດ້ານ ຈົນເຖິງຂະນະທີ່ຂົງເຂດການທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວສາກົນມີການຟື້ນຟູຢ່າງສົມບູນ.

ຕອບກັບ