ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ທີ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ ຂອງ ILO

Chia sẻ
(VOVWORLD) - ກ່າວຄຳເຫັນທີ່ການເຮັດວຽກ ທ່ານລັດຖະມົນຕີ ດ່າວງອກຢຸງ ມີຄວາມຫວັງຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ILO ໃນວິວັດການປະຕິບັດໂຄງການຮ່ວມມືຫວຽດນາມ - ILO ກ່ຽວກັບ ວຽກງານທີ່ເໝາະສົມໄລຍະ 2022 – 2026
ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ທີ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ ຂອງ ILO - ảnh 1ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ (ພາບ:  VOV)

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ໄດ້ມີການເຮັດວຽກກັບທ່ານ Gilbert F. Houngbo ຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO). ກ່າວຄຳເຫັນທີ່ການເຮັດວຽກ ທ່ານລັດຖະມົນຕີ ດ່າວງອກຢຸງ ມີຄວາມຫວັງຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ILO ໃນວິວັດການປະຕິບັດໂຄງການຮ່ວມມືຫວຽດນາມ - ILO ກ່ຽວກັບ ວຽກງານທີ່ເໝາະສົມໄລຍະ 2022 – 2026 ແລະ ສືບຕໍ່ປະຕິບັດ ການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ ບັນດາມາດຖານແຮງງານສາກົນຢູ່ ຫວຽດນາມ. ທ່ານລັດຖະມົນຕີ ດ່າວງອກຢຸງ ຢັ້ງຢືນວ່າ:

ຫວຽດນາມ ແມ່ນສະມາຊິກຂອງອົງການແຮງງານສາກົນ (ILO). ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຂອງ ILO. ຫວຽດນາມ ລ້ວນແຕ່ປະຕິບັດການຫັນເປັນຄວາມຈິງບັນດາຄຳໝັ້ນສັນຍາພື້ນຖານກັບ ILO ໃນຊີວິດປະຈຳວັນ ກໍ່ຄືໃນກົດໝາຍ. ຫວຽດນາມ ຕີລາຄາສູງ ບັນດາການໜູນຊ່ວຍເຊິ່ງ ອົງການແຮງງານສາກົນສະຫງວນໃຫ້ແກ່ ຫວຽດນາມ ໃນຕະຫຼອດໄລຍະທີ່ຜ່ານມາ. ILO ໄດ້ໜູນຊ່ວຍ ຫວຽດນາມ ຫຼາຍສິ່ງຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງແຮງງານ, ວຽກເຮັດງານທຳ, ຕະຫຼອດຮອດວຽກງານທີ່ເໝາະສົມ, ວຽກງານສີຂຽວ, ວຽກງານຍືນຍົງ ແລະ ປະຕິບັດບັນດາຄຳໝັ້ນສັນຍາໂດຍອົງການແຮງງານສາກົນວາງອອກ.

ຕອບກັບ