ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ໂປ​ໂລຍ​ຢູ່​ພາກ​ພື້ນ​ອ​າ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້

Chia sẻ
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 17 ມີນາ. ຕອນເຊົ້າວັນທີ 16 ມີນາ, ທ່ານລັດຖະມົນຕີການຕ່າງປະເທດສອງປະເທດໄດ້ພົບປະສົນທະນາຢູ່ຮ່າໂນ້ຍ.
ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ໂປ​ໂລຍ​ຢູ່​ພາກ​ພື້ນ​ອ​າ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau  (ພາບ: baoquocte.vn)

 ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ປາດຖະໜາວ່າ ໂປໂລຍ ຈະສ້າງເງື່ອນໄຂສະດວກໃຫ້ແກ່ຜະລິດຕະພັນກະເສດ - ສິນໃນນ້ຳ ແລະ ໝາກໄມ້ຂອງ ຫວຽດນາມ ມີໜ້າຢູ່ຕະຫຼາດ ໂປໂລຍ ຫຼາຍກວ່າອີກ; ສົ່ງເສີມ ໂປໂລຍ ເພີ່ມທະວີການລົງທຶນເຂົ້າຂົງເຂດເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ໂປໂລຍ ມີທ່າແຮງ. ທ່ານລັດຖະມົນຕີ ສະເໜີວ່າ ໂປໂລຍ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ (EVIPA)  ແລະ ຊຸກຍູ້ຄະນະກຳມະການເອີຣົບຍົກເລີກບັດເຫຼືອງ IUU ສຳລັບສິນຄ້າປະເພດສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ໂປ​ໂລຍ​ຢູ່​ພາກ​ພື້ນ​ອ​າ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 2ການພົບປະສົນທະນາ (ພາບ: baoquocte.vn)

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau ຢັ້ງຢືນວ່າ ໂປໂລຍ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ, ຄູ່ຮ່ວມມືສຳຄັນແຖວໜ້າຂອງ ໂປໂລຍ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານກໍມີຄວາມປາດຖະໜາວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ນະຄອນອັດສະລິຍະ, ເຕັກໂນໂລຢີສີຂຽວ, ປົກປັກຮັກສາສິ່ງແວດລ້ອມ..

        ສອງຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ ແລະ ສາກົນ. ສອງຝ່າຍກໍເຫັນດີຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ.

        ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະຖາບັນພົວພັນຕ່າງປະເທດ ຫວຽດນາມ ແລະ ສະຖາບັນພົວພັນຕ່າງປະເທດ ໂປໂລຍ.

ຕອບກັບ