ຫວຽດນາມ ແບ່ງປັນຄວາມໝາຍສັກກະລະບູຊາຂອງວັນ Vesak ສາກົນ

Chia sẻ
(VOVWORLD) - ເຂົ້າຮ່ວມພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ກ່າວຄຳເຫັນແບ່ງປັນຄວາມໝາຍສັກກະລະບູຊາຂອງວັນ Vesak ສາກົນ

ວັນທີ 2 ພຶດສະພາ, ທີ່ສຳນັກງານສະຫະປະຊາຊາດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນ Vesak ສາກົນ (ວັນວິສາຂະບູຊາ) ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ ພ້ອມກັບສາສະນິກະຊົນ, ພະສົງສຳມະເນນສາກົນ.

        ເຂົ້າຮ່ວມພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ກ່າວຄຳເຫັນແບ່ງປັນຄວາມໝາຍສັກກະລະບູຊາຂອງວັນ Vesak ສາກົນ, ຢັ້ງຢືນເຖິງພະລັງຊີວິດ ແລະ ຄຸນຄ່າຄຳສັ່ງສອນຂອງພຸດທະສາສະໜາ. ແບ່ງປັນກ່ຽວກັບບົດບາດຂອງພຸດທະສາສະໜາຢູ່ ຫວຽດນາມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ນັບແຕ່ເມື່ອໄດ້ນຳເຂົ້າຢູ່ ຫວຽດນາມກ່ອນນີ້ 2.000 ປີ, ພຸດທະສາສະໜາ ຍາມໃດກໍ່ແມ່ນປັດໄຈຊຸກຍູ້ສັນຕິພາບ ແລະ ຄວາມປອງດອງໃນສັງຄົມ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານນາງ ຫງວຽນເຟືອງງາ ກໍ່ຢັ້ງຢືນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ ແມ່ນເຄົາລົບ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຊົນປະຕິບັດສິດເສລີໃນການເຊື່ອຖືສາສະໜາ ແລະ ການເຫຼື້ອມໃສ, ຊຸກຍູ້ຄວາມປອງດອງ, ເຄົາລົບ, ສາມັກຄີລະຫວ່າງບັນດາສາສະໜາ, ກໍ່ຄືເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ແລະ ຄຸນສົມບັດຂອງທຸກໆສາສະໜາ, ປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາປະເທດຊາດ ແລະ ນຳມາເຊິ່ງຊີວິດອັນດີງາມກ່ວາໃຫ້ແກ່ປະຊາຊົນ.

ຕອບກັບ