ຫວຽດນາມ ແນະນຳບັນດາກາລະໂອກາດລົງທຶນຢູ່ ແບນຊິກ

Chia sẻ
(VOVWORLD) -   ເວທີປາໄສການຄ້າ ແລະ ການລົງທຶນ ອາຊຽນ 2019, ດ້ວຍຫົວຂໍ້ວ່າ: ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອເສດຖະກິດແບບຍືນຍົງ, ໂດຍຄະນະກຳມະການ ອາຊຽນ - ບຣຸກແຊນ ຈັດຕັ້ງ, ລວມມີບັນດາສະຖານທູດ ແລະ ຄະນະປະຕິບັດງານຂອງບັນດາປະເທດສະມາຊິກ ອາຊຽນ ປະຈຳຢູ່ ແບນຊິກ ແລະ ອີຢູ. 
ຫວຽດນາມ ແນະນຳບັນດາກາລະໂອກາດລົງທຶນຢູ່ ແບນຊິກ - ảnh 1 ຫວຽດນາມ ແນະນຳບັນດາກາລະໂອກາດລົງທຶນຢູ່ ແບນຊິກ (ພາບ: TTXVN)

ວັນທີ 04 ເມສາ, ທີ່ເວທີປາໄສການຄ້າ ແລະ ການລົງທຶນ ອາຊຽນ 2019 ດຳເນີນຢູ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ, ຜູ້ຕາງໜ້າ ຫວຽດນາມ ໄດ້ແນະນຳໃຫ້ບັນດາປະເທດ ອາຊຽນ, ບັນດາວິສາຫະກິດ ແບນຊິກ ແລະ ເອີຣົບ ກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງການລົງທຶນ ແລະ ການຄ້າເຂົ້າ ຫວຽດນາມ ເມື່ອສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ ໄດ້ລົງນາມ ແລະ ໄດ້ນຳເຂົ້າປະຕິບັດໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນແກງເກື່ອງ ອັກຄະລັດຖະທູດທີ່ປຶກສາ, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ແບນຊິກ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ແນະນຳບັນດາໝາກຜົນການນຳເຂົ້າ - ສົ່ງອອກລະຫວ່າງ ຫວຽດນາມ ກັບ ອີຢູ ເວົ້າລວມ ແລະ ແບນຊິກ ເວົ້າສະເພາະ, ພ້ອມທັງ ເນັ້ນໜັກເຖິງບັນດາທ່າແຮງໃນການແກ່ງແຍ້ງຕົ້ນຕໍຂອງ ຫວຽດນາມ.

        ເວທີປາໄສການຄ້າ ແລະ ການລົງທຶນ ອາຊຽນ 2019, ດ້ວຍຫົວຂໍ້ວ່າ: ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອເສດຖະກິດແບບຍືນຍົງ, ໂດຍຄະນະກຳມະການ ອາຊຽນ - ບຣຸກແຊນ ຈັດຕັ້ງ, ລວມມີບັນດາສະຖານທູດ ແລະ ຄະນະປະຕິບັດງານຂອງບັນດາປະເທດສະມາຊິກ ອາຊຽນ ປະຈຳຢູ່ ແບນຊິກ ແລະ ອີຢູ. ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 200 ຄົນທີ່ມາຈາກບັນດາບໍລິສັດແຖວໜ້າຂອງ ແບນຊິກ ແລະ ເອີຣົບ.

ຕອບກັບ