ຫວຽດນາມ ເປີດກວ້າງການລົງທຶນ ປູກຢາງພາລາ ຢູ່ ສປປ ລາວ

Chia sẻ
ຕອນ​ບ່າຍ​ວັນ​ທີ 29/8 ຢູ່ ນະຄອນຫລວງ ວຽງ​ຈັນ,​ທ່ານ ບຸນທະວີ ສີສຸພັນທອງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ, ຕາງຫນ້າ​ໃຫ້​ລັດຖະບານ ລາວ ​ແລະ ທ່ານ ​Le Quang Dao ຜູ້ອຳນວຍການ​ບໍລິສັດ ກາ​ເຟ - ຢາງພາລາ Thai Hoa ລາວໄດ້​ລົງ​ນາມ​ໃນ​ສັນຍາ​ຂະຫຍາຍໂຄງການ​ປູກ​ຢາງພາລາ

ຫວຽດນາມ ເປີດກວ້າງການລົງທຶນ       ປູກຢາງພາລາ ຢູ່ ສປປ ລາວ - ảnh 1
ພິທີລົງນາມໃນສັນຍາຂະຫຍາຍໂຄງການປູກຕົ້ນຢາງພາລາ ຢູ່ ລາວ ຂອງບໍລິສັດ ທາຍຮ່ວາ
ພາບ: baotintuc.vn


(vovworld) - ຕອນ​ບ່າຍ​ວັນ​ທີ 29/8 ຢູ່ ນະຄອນຫລວງ ວຽງ​ຈັນ,​ທ່ານ ບຸນທະວີ ສີສຸພັນທອງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ, ຕາງຫນ້າ​ໃຫ້​ລັດຖະບານ ລາວ ​ແລະ ທ່ານ ​Le Quang Dao ຜູ້ອຳນວຍການ​ບໍລິສັດ ກາ​ເຟ - ຢາງພາລາ Thai Hoa ລາວ ຂຶ້ນ​ກັບ​ກຸ່ມ​ບໍລິສັດ Thai Hoa ​ໄດ້​ລົງ​ນາມ​ໃນ​ສັນຍາ​ຂະຫຍາຍໂຄງການ​ປູກ​ຢາງພາລາ ​ແລະ ກໍ່ສ້າງ​ໂຮງງານ​ປຸງ​ແຕ່ງ ຢູ່ ​ເມືອງ ນອງ, ​ແຂວງ ສະຫວັນ​ນະ​ເຂດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Nguyen Van An ປະທານ​ສະພາ​ບໍລິຫານ ທັງ​ເປັນ​ຜູ້ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ Thai Hoa ​ໃຫ້​ຮູ້​ວ່າ: ຕໍ່​ຈາກ​ຜົນສຳ​ເລັດ​ໃນ​ການ​​ປູກ ​ແລະ ປຸງ​​ແຕ່ງ​ຢາ​ພາລາ ​ແລະ ກາ​ເຟ ຢູ່ ​ແຂວງ ຈຳປາ​ສັກ ​ແລະ ສະຫວັນ​ນະ​ເຂດ, ບໍລິສັດ ກາ​ເຟ - ຢາງພາລາ Thai Hoa ລາວ ​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ ລາວ ​ໃຫ້​ເຊົ່າ​ທີ່​ດິນ​ຕື່ມ​ອີກ 1.000 ​ເຮັກຕາ ​ເພື່ອ​ປູກ​ຢາງພາລາ ​ແລະ ກໍ່ສ້າງ​ໂຮງງານ​ປຸງ​ແຕ່ງ​ຢູ່ ​ເມືອງ​ຫນອງ ​ແຂວງ ສະຫວັນ​ນະ​ເຂດ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ 22 ລ້ານ USD. ນີ້​ແມ່ນ​ຄວາມ​ປິຕິ​ຊົມ​ຊື່ນ ພ້ອມ​ທັງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ບໍລິສັດ​ໃນ​ການ​ຊຸກຍູ້​ການຮ່ວມ​ມື​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ວຽກ​ເຮັດ​ງານ​ທຳ, ຊ່ວຍ​ປ່ຽນ​ແປງ​ຄວາມ​ຊີ​ນ​ເຄີຍ​ໃນ​ການ​ປູ​ກຝັງ​ໃຫ້​ແກ່​ປະຊາຊົນ, ປະກອບສ່ວນ​ຍູ້​ໄວ​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່ ​ເຂດ​ມີ​ໂຄງການ, ​ຂຳ່​ນັບ​ຮັບ​ຕ້ອນ​​ເຫດການ​ສຳຄັນຂອງ​ປີ ສາມັກຄີ ຫວຽດນາມ - ລາວ.