ທ່ານ ຫວູວັນຮ້ວາ ຮອງ ປະທານອົງການກວດສອບແຫ່ງລັດນຳໜ້າກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: TTXVN)
|
ທີ່ກອງປະຊຸມໃຫຍ່, ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກວ່າ ດ້ວຍບົດບາດເປັນປະທານອົງການຈັດຕັ້ງ ບັນດາອົງການກວດສອບສູງສຸດ ອາຊຽນ (ASOSAI) ອາຍຸການ 2018 – 2021 ແລະ ປະທານຄະນະກຳມະການສ້າງແຜນການຍຸດທະສາດຂອງ ASEANSAI, ອົງການກວດສອບ ຫວຽດນາມ ຍາມໃດກໍ່ໃກ້ສິດຕິດແທດກັບກຳນົດທິດຂອງ ອົງການຈັດຕັ້ງສາກົນບັນດາອົງການກວດສອບສູງສຸດ (INTOSAI), ຮັບຮູ້ຄວາມແຕກຕ່າງກັນເພື່ອແກ້ໄຂບັນດາຄວາມສົນໃຈຂອງບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງສືບຕໍ່ມານະພະຍາຍາມຢ່າງສູງສຸດເພື່ອນຳມາເຊິ່ງຜົນສຳເລັດງານໃຫ້ແກ່ການເຄື່ອນໄຫວຂອງ ASEANSAI.