ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ລັດເຊຍ ຄັ້ງທີ 20

Chia sẻ
(VOVWORLD) - ນີ້ຍາມໃດກໍ່ແມ່ນບັນດາເນື້ອໃນຮັບບຸລິມະສິດຂອງ ອາຊຽນ ໃນສັງລວມຄວາມມານະພະຍາຍາມສ້າງປະຊາຄົມ, ລໍຄອຍໃນໄລຍະຈະມາເຖິງ ລັດເຊຍ ຈະເອົາໃຈໃສ່ ...
ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ລັດເຊຍ ຄັ້ງທີ 20 - ảnh 1ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ລັດເຊຍ ຄັ້ງທີ 20
(ພາບ:baochinhphu.vn)

ວັນທີ 26 ເມສາ, ຢູ່ນະຄອນ Saint Peterburg (ປະເທດ ລັດເຊຍ), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງວຽດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ອາຊີຕາເວັນອອກສ່ຽງໃຕ້ (SOM ASEAN) ຂອງ ຫວຽດນາມ, ພ້ອມກັບບັນດາຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ  ລັດເຊຍ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ລັດເຊຍ ຄັ້ງທີ 20.

        ໂດຍຕາງໜ້າໃຫ້ ອາຊຽນ ກ່າວຄຳເຫັນກ່ຽວກັບການຮັດແຄບຊ່ອງຫວ່າງການພັດທະນາ, ເຊື່ອມຕໍ່ ແລະ ພັດທະນາອະນຸພາກພື້ນ, ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງວຽດ ເນັ້ນໜັກ: ນີ້ຍາມໃດກໍ່ແມ່ນບັນດາເນື້ອໃນຮັບບຸລິມະສິດຂອງ ອາຊຽນ ໃນສັງລວມຄວາມມານະພະຍາຍາມສ້າງປະຊາຄົມ, ລໍຄອຍໃນໄລຍະຈະມາເຖິງ ລັດເຊຍ ຈະເອົາໃຈໃສ່ ແລະ ປະກອບສ່ວນຢ່າງມີປະສິດທິຜົນກ່ວາອີກເຂົ້າໃນບັນດາຄວາມມານະພະຍາຍາມໃຫ້ບຸລິມະສິດນີ້ຂອງ ອາຊຽນ. ທ່ານຮອງລັດຖະມົນຕີ ກໍ່ສະເໜີບັນດາການກຳນົດທິດ, ມາດຕະການຊຸກຍູ້ການຮ່ວມມືສອງຝ່າຍ, ໃນນັ້ນສົມທົບກັນປະຕິບັດຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ແລະ ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ 2025 (MPAC 2025) ຢ່າງມີປະສິດທິຜົນ, ໜູນຊ່ວຍບັນດາປະເທດ, ເຂດແຄ້ວນດ້ອຍພັດທະນາແກ້ໄຂບັນດາສິ່ງທ້າທາຍລວມ…

ຕອບກັບ