ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ G20 ຄັ້ງນີ້ ໂດຍທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ນຳໜ້າ.
ກອງປະຊຸມຄັ້ງນີ້ ມີ ວາລະປະຊຸມຄົບຄະນະ 3 ວາລະກ່ຽວກັບການຊຸກຍູ້ຄວາມເສລີດ້ານການຄ້າ ແລະ ການບໍລິຫານທົ່ວໂລກ, ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ແລະ ບັນຫາການພັດທະນາຢູ່ທະວີບອາຟະລິກາ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີຈະປຶກສາຫາລືບັນດາບັນຫາຄືສ້າງເງື່ອນໄຂສະດວກກ່ວານີ້ອີກໃຫ້ແກ່ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ, ຮັບມືກັບບັນດາສິ່ງທ້າທາຍພວມເກີດຂຶ້ນຈາກວິວັດທະນາການຫັນເປັນດີຈີຕອນ, ຫັນ ຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດແລະ ຫຼຸດຜ່ອນບັນດາຜົນກະທົບຈາກວິວັດການນີ້ ແລະ ປັບປຸງການເຄື່ອນໄຫວບັນດາຂອບເຂດຫຼາຍຝ່າຍໃນປັດຈຸບັນ, ໃນນັ້ນມີ ອົງການການຄ້າໂລກ (WTO).