ຫ​ວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 215 ຂອງ​ສະ​ພາ​ບໍ​ລິ​ຫານ​ງານ​ຂອງ UNESCO

Chia sẻ
(VOVWORLD) -    ກອງປະຊຸມຊຸດທີ 215 ຂອງສະພາບໍລິຫານງານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຈັດຂຶ້ນໃນລະຫວ່າງ 05 – 19 ຕຸລາ, ຢູ່ ປາຣີ, ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.
ຫ​ວຽດ​ນາມ  ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 215 ຂອງ​ສະ​ພາ​ບໍ​ລິ​ຫານ​ງານ​ຂອງ UNESCO - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ (ພາບ: ກະຊວງການຕ່າງປະເທດ)

 ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານນາງ ເລທິທູຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນ, ບົດບາດ ແລະ ການປະກອບສ່ວນຕັ້ງໜ້າຂອງ UNESCO ໃນການຮັບມື ແລະ ແກ້ໄຂບັນດາບັນຫາທົ່ວໂລກ; ພ້ອມທັງຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າພ້ອມກັບບັນດາສະມາຊິກຂອງ UNESCO ຜັນຂະຫຍາຍບັນດາການເຄື່ອນໄຫວຂອງ UNESCO ໃນທຸກຂົງເຂດ. ທ່ານນາງ ເລທິທູຮັ່ງ ກໍ່ປະກາດວ່າ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມທົ່ວໂລກ ກ່ຽວກັບພູເຂົາໄຟຢູ່ ດັກລັກ ໃນວັນທີ 24 – 26 ພະຈິກຈະມາເຖິງ.

        ເນື່ອງໃນໂອກາດນີ້, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ພົບປະ, ເຮັດວຽກກັບທ່ານຜູ້ອຳນວຍການອົງການ UNESCO Audrey Azoulay; ທ່ານຮອງຜູ້ອຳນວຍການໃຫຍ່ UNESCO Xing Qu ແລະ ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ຮັບຜິດຊອບການພົວພັນຕ່າງປະເທດ Edouard Firmin Matoko ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືເພື່ອແນໃສ່ຫັນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO ໄລຍະ 2021 – 2025 ແລະ ບັນດາມາດຕະການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງໃນໄລຍະຈະມາເຖິງ ເປັນລະອຽດ.

ຕອບກັບ