ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ພັນ​ທະ​ປົກ​ປ້ອງ​ປະ​ຊາ​ຊົນ​ໃນ​ການ​ປະ​ທະ​ກັນ

Chia sẻ
(VOVWORLD) - ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ ບັນດາຝ່າຍ ໃນການປະທະກັນຈຶ່ງປະຕິບັດບັນດາພັນທະປົກປ້ອງປະຊາຊົນ ແລະ ພື້ນຖານໂຄງລ່າງຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ຢ່າງເຂັ້ມງວດ. 
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ພັນ​ທະ​ປົກ​ປ້ອງ​ປະ​ຊາ​ຊົນ​ໃນ​ການ​ປະ​ທະ​ກັນ - ảnh 1ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 27 ມີນາ, ໃນຂອບເຂດກອງປະຊຸມຄັ້ງທີ 55 ຂອງ ສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ສະວິດ, ທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ ເຊີແນວ ໄດ້ມີບົດກ່າວປາໄສ ກ່ຽວກັບການຕິດຕາມ ແລະ ປະຕິບັດຖະແຫຼງການ ແລະ ໂຄງການກະທຳ Vienna (VDPA).

ດ້ວຍຫົວຂໍ້ ກ່າວຄຳເຫັນກ່ຽວກັບການປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນຂອງປະຊາຊົນໃນການປະທະກັນດ້ວຍອາວຸດ, ທ່ານ ມາຍຟານຢຸງ ໄດ້ຮຽກຮ້ອງໃຫ້ ບັນດາຝ່າຍ ໃນການປະທະກັນຈຶ່ງປະຕິບັດບັນດາພັນທະປົກປ້ອງປະຊາຊົນ ແລະ ພື້ນຖານໂຄງລ່າງຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ຢ່າງເຂັ້ມງວດ. ບັນດາປະເທດ, ບັນດາຝ່າຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນບັນດາອົງການຈັດຕັ້ງສາກົນ ຄວນເພີ່ມທະວີການຮ່ວມມື, ສຸມໃສ່ ການໜູນຊ່ວຍຊຸກຍູ້ການພັດທະນາແບບຍືນຍົງ ບັນດາເຂດປະຊາຊົນຖືກຜົນກະທ້ອນຈາກສົງຄາມ, ຖືນີ້ແມ່ນມາດຕະການຍາວນານເພື່ອຮັບປະກັນການຊົມໃຊ້ສິດທິມະນຸດ.

ຕອບກັບ