ຫວຽດນາມ ຮຽກຮ້ອງໃຫ້ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະ ການກະທຳ

Chia sẻ
(VOVWORLD) - ໃນລະຫວ່າງວັນທີ 11 – 13 ພະຈິກ, ເວທີປາໄສເພື່ອສັນຕິພາບ Paris ຄັ້ງທີ 3 (PPF3) ດ້ວຍຫົວຂໍ້ວ່າ “ປະເຊີນໜ້າກັບໂຄວິດ-19: ກ້າວເຂົ້າສູ່ໂລກທີ່ດີງາມກ່ວາ” ໄດ້ດຳເນີນຢູ່ ຝຣັ່ງ ດ້ວຍຈຸດປະສົງປຶກສາຫາລືບັນດາມາດຕະການຮັບມືຫລາຍສົ້ນ ເພື່ອຜ່ານຜ່າສິ່ງທ້າທາຍຍ້ອນໂລກລະບາດກໍ່ຂຶ້ນ ແລະ ຍາດແຍ່ງເອົາໂອກາດ ເພື່ອສ້າງໂລກໃຫ້ມີຄວາມໝັ້ນຄົງກ່ວາ.
ຫວຽດນາມ ຮຽກຮ້ອງໃຫ້ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະ ການກະທຳ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) 

        ໃນສານທີ່ສົ່ງເຖິງເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຂໍ້ລິເລີ່ມຂອງເວທີປາໄສຄັ້ງນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ແລະ ການຮ່ວມມືຢ່າງຕັ້ງໜ້າກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ມາຮອດປະຈຸບັນ, ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ-19 ໄດ້ໂດຍພື້ນຖານ, ຮັບປະກັນຊີວິດສັງຄົມ, ຟື້ນຟູທ່າເຕີບໂຕເສດຖະກິດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຄວນຖືເອົາຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ການກະທຳ, ໃຫ້ບຸລິມະສິດແຖວໜ້າ ແມ່ນຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະ ເຂດແຄ້ວນ ລ້ວນແຕ່ສາມາດສຳຜັດກັບວັກຊິນ ແລະ ຢາປິ່ນປົວໂຄວິດ-19 ດ້ວຍລາຄາທີ່ເໝາະສົມ. ພ້ອມກັນນັ້ນ ບັນດາປະເທດ ຄວນຮັກສາຄຳໝັ້ນສັນຍາ ແລະ ມານະພະຍາຍາມປະຕິບັດໂຄງການດຳເນີນງານ 2030 ແລະ ບັນດາຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນຄວນສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ ແລະ ການຄ້າໃຫ້ບັນດາປະເທດພວມພັດທະນາເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ຕອບກັບ