ຄະນະຜູ້ແທນ ຫວຽດນາມ ເຮັດວຽກກັບຜູ້ອຳນວຍການສູນມໍລະດົກໂລກ (ພາບ:baoquocte.vn) |
ກ່າວຄຳເຫັນໃນວາລະໄຂ, ທ່ານ ຮ່າກິມງອກ ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມມີຄວາມສຳຄັນນີ້, ຫວຽດນາມ ຢາກເນັ້ນໜັກເຖິງບັນດາແນວຄວາມຄິດທີ່ຍິ່ງໃຫຍ່ ແລະ ເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບບົດບາດຂອງວັດທະນະທຳ ແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງເປັນກຳລັງແຮງພາຍໃນ, ກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດ.
ຕາງໜ້າໃຫ້ຜູ້ແທນກວ່າ 2.000 ທ່ານ, ທ່ານ Vishal V.Sharma ປະທານຄະນະກຳມະການມໍລະດົກໂລກ ໄດ້ຕີລາຄາສູງສານທີ່ມີຄວາມໝາຍຂອງປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ແລະ ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງຕໍ່ການນຳ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕໍ່ການສູນເສຍຢ່າງໃຫຍ່ຫຼວງນີ້.