ຫວຽດນາມ - ຮຸງກາຣີ ຕັດສິນໃຈຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດ

Chia sẻ
(vovworld) – ຮຸງ​ກາຣີ ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ໃນ​ພາກ​ພື້ນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ
ຫວຽດນາມ - ຮຸງກາຣີ ຕັດສິນໃຈຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດ - ảnh 1
(ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ນ​ເຕີນ​ຊາງ ຕ້ອນຮັບ
ທ່ານ​ປະທານາທິບໍດີ​ສ.ຮຸງ​ກາຣີ Ader Janos)


(vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ນ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ​ສ.ຮຸງ​ກາຣີ Ader Janos ​ແລະ ພັນ​ລະ​ຍາ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ​ແຕ່​ວັນ​ທີ 26 – 29/11. ຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບທ່ານ​ປະທານາທິບໍດີ​ສ.ຮຸງ​ກາຣີ Ader Janos. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານາທິບໍດີ​ Ader Janos ຢືນຢັນ​ວ່າ ຮຸງ​ກາຣີ ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ໃນ​ພາກ​ພື້ນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ; ​ທ່ານ​ໄດ້ແຈ້ງ​ໃຫ້​ຊາບ​ວ່າ​ຈະ​ເປີດ​ສະຖານກົງສູນ​ໃຫຍ່​ຮຸງ​ກາຣີ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໃນ​ປີ 2015 ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ​ Ader Janos ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ 2 ຝ່າຍ, ຮ່ວມ​ມື​ດ້ານ​ສຶກສາ - ບຳລຸງ​ສ້າງ, ພັດທະນາ, ວິທະຍາສາດ - ​ເຕັກນິກ…

   ທ່ານ​ປະທານາທິບໍດີ​ Ader Janos ຢືນຢັນ​ວ່າ, ຮຸງ​ກາຣີ ສະໜັບສະໜູນ​​​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງຫວຽດນາມ ​ແລະ EU, ຊຸກຍູ້ການ​ຮັບຮອງ​ເອົາ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ EU, ຍູ້​ແຮງ​ການ​ສຳ​ເລັດ​ການ​ເຈລະຈາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU, ຊຸກ​ຍູ້ EU ຮັບຮອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນຂອງ​ຫວຽດນາມ ​ໂດຍ​ໄວ. 2 ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ເຊິ່ງສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າ​ນຕ່າງມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຫັນ​ດີ​ນຳ​ກັນ​ວ່າ ທຸກໆ​ການ​ຂັດ​ແຍ້​ງ​ຕ້ອງ​ແກ້​ໄຂ​ດ້ວຍ​ມາດ​ຕະການໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.

        ພາຍຫຼັງ​ການ​ປະຊຸມ​ຂ່າວ, ທ່ານ​ປະທານ​ປະ​ເທດ ​ເຈືອ​ນ​ເຕີນ​ຊາວງ ​ໃຫ້​ຮູ້​ວ່າ.

   “ພວກ​ຂ້າພະ​ເຈົ້າ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ສືບ​ຕໍ່​ຜັນ​ຂະຫຍາຍ​ກົນ​ໄກ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ຮຸງ​ກາຣີ ຢ່າງ​ມີ​ປະສິດທິ​ຜົນ, ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ… ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ຮຸງ​ກາ​ຮີ້ ຄັ້ງ​ນີ້ ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອ​ນ​ໂຮ່ຈິ​ມິນ, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີຣຸງກາຣີ, ບັນດາວິ​ສາ​ຫະກິດ 2 ປະ​ເທດ  ຈະ​ຊອກ​ຮູ້ ​ແລະ ບັນ​ລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ລະອຽດ​ທີ່​ເວທີ​ປາ​ໄສ​ສຳຄັນ 2 ຄັ້ງ​ນີ້”.

    ສ່ວນ​ທ່ານ​ປະທານາທິບໍດີ​ Ader Janos ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ​ຂອງ​ຫວຽດນາມ ດ້ວຍ​ທີ່​ຕັ້ງບົດ​ບາດ​ສຳຄັນ ພ້ອມ​ກັບ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ຈະ​ແມ່ນ​ປັດ​ໃຈ​ຕົ້ນ​ຕໍ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ ກໍ​ຄື 2 ພາກ​ພື້ນ​ອາ​ຊຽນ ​ແລະ EU.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ  ​ແລະ ທ່ານ​ປະທານາທິບໍດີ​ Ader Janos ​ໄດ​້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບາງ​ເອກະສານ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ ​ແລະ ຂໍ້​ມູນ​ຂ່າວສານ; ກະສິກຳ; ສັນຍາ​ຮ່ວມ​ມື​ລະຫວ່າງ​ວິທະຍຸ​ກະຈາຍສຽງ​ຫວຽ​ດນາມ ກັບ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ຮຸງ​ກາຣີ, ​ໂທລະພາບຣຸງກາຣີ…