ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​

Chia sẻ
(VOVWORLD) - ທີ່ການຕ້ອນຮັບດັ່ງກ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ເອກອັກຄະລັດຖະທູດ ບັນດາປະເທດຈະແມ່ນຂົວເຊື່ອມຕໍ່ເພື່ອໃຫ້ ຫວຽດນາມ ພັດທະນາສາຍພົວພັນສອງຝ່າຍກັບບັນດາປະເທດໃນໄລຍະຈະມາເຖິງ. 
ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາປະເທດ ອັງກິດ, ນອກແວ, ແດນມາກ ແລະ ສ.ເຊັກໂກ ເຂົ້າຍື່ນສານຕາຕັ້ງ (ພາບ: TTXVN)

ຕອນບ່າຍວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາປະເທດ ອັງກິດ, ນອກແວ, ແດນມາກ ແລະ ສ.ເຊັກໂກ ເຂົ້າຍື່ນສານຕາຕັ້ງ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ, ລັດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດ ປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ ຢ່າງສຳເລັດ ແລະ ຊຸກຍູ້ການພົວພັນສອງຝ່າຍໃຫ້ເຂົ້າສູ່ລວງເລິກ ແລະ ນັບມື້ນັບມີປະສິດທິຜົນກວ່າເກົ່າ.

        ທີ່ການຕ້ອນຮັບດັ່ງກ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ເອກອັກຄະລັດຖະທູດ ບັນດາປະເທດຈະແມ່ນຂົວເຊື່ອມຕໍ່ເພື່ອໃຫ້ ຫວຽດນາມ ພັດທະນາສາຍພົວພັນສອງຝ່າຍກັບບັນດາປະເທດໃນໄລຍະຈະມາເຖິງ, ພິເສດ, ທ່ານປະທານປະເທດ ຫວັງວ່າ ທ່ານເອກອັກຄະລັດຖະທູດ ນອກແວ Hilde Solbakken ຈະຕັ້ງໜ້າສົມທົບກັບ ຫວຽດນາມ ຈັດຕັ້ງການເຄື່ອນໄຫວສົ່ງເສີມການຄ້າ ແລະ ການລົງທຶນ ເພື່ອແນໃສ່ສົ່ງເສີມວິສາຫະກິດ ນອກແວ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.     

        ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ແດນມາກ Nicolai Prytz, ທ່ານ ຫງວຽນຊວັນຟຸກ ສະເໜີ ແດນມາກ ສືບຕໍ່ອຸປະຖຳໃຫ້ແກ່ໂຄງການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ການເຕີບໂຕຂຽວ, ສືບຕໍ່ຜັນຂະຫຍາຍໂຄງການຮ່ວມມືຄູ່ຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມ - ແດນມາກ ໄລຍະ 2020 – 2025 ຢ່າງມີປະສິດທິຜົນ.

        ສຳລັບທ່ານເອກອັກຄະລັດຖະທູດ ເຊັກໂກ Hynek Kmonicek, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານຊ່ວຍຊຸກຍູ້ໃຫ້ເປີດສາຍການບິນໂດຍກົງລະຫວ່າງສອງປະເທດ.

ຫວູຢຸງ

ຕອບກັບ