ຫວຽດນາມ ສະໜັບສະໜູນບັນດາບໍລິສັດ ການາດາ ເຄື່ອນໄຫວດຳເນີນທຸລະກິດລົງທຶນຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ

Chia sẻ
(VOVWORLD) - ຊົມເຊີຍ Manulife ຫວຽດນາມ ທີ່ມີໝາກຜົນແຫ່ງການດຳເນີນທຸລະກິດຢ່າງຕັ້ງໜ້າ, ພາຍຫລັງເຄື່ອນໄຫວມາເປັນເວລາເກືອບ 20 ປີ, ໄດ້ກາຍເປັນບໍລິສັດປະກັນຊີວິດໃຫຍ່ສຸດໃນຕະຫລາດ ຫວຽດນາມ, 
ຫວຽດນາມ ສະໜັບສະໜູນບັນດາບໍລິສັດ ການາດາ ເຄື່ອນໄຫວດຳເນີນທຸລະກິດລົງທຶນຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບທ່ານ Roy Gori (ພາບ: TTXVN)

“ຫວຽດນາມ ສະໜັບສະໜູນບັນດາບໍລິສັດ ການາດາ ເຄື່ອນໄຫວດຳເນີນທຸລະກິດລົງທຶນຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ” ນີ້ແມ່ນຄຳຢືນຢັນຂອງທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ທີ່ການຕ້ອນຮັບທ່ານ Roy Gori, ຜູ້ອຳນວຍການໃຫຍ່ທົ່ວໂລກກຸ່ມບໍລິສັດ Manulife ໃນວັນທີ 29 ພະຈິກ.

ຊົມເຊີຍ Manulife ຫວຽດນາມ ທີ່ມີໝາກຜົນແຫ່ງການດຳເນີນທຸລະກິດຢ່າງຕັ້ງໜ້າ, ພາຍຫລັງເຄື່ອນໄຫວມາເປັນເວລາເກືອບ 20 ປີ, ໄດ້ກາຍເປັນບໍລິສັດປະກັນຊີວິດໃຫຍ່ສຸດໃນຕະຫລາດ ຫວຽດນາມ, ທ່ານນາງຮອງປະທານປະເທດຕີລາຄາສູງເລື່ອງ Manulife ໃຫ້ຄຳໝັ້ນສັນຍາວ່າ ຈະເຄື່ອນໄຫວຍາວນານ ແລະ ເປັນປົກກະຕິຢູ່ ຫວຽດນາມ ກໍ່ຄືເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ສ້າງປະຊາຄົມຢູ່ ຫວຽດນາມ…

ທ່ານນາງຮອງປະທານປະເທດສະເໜີວ່າ ໃນໄລຍະຈະມາເຖິງ, ຄຽງຄູ່ກັບການເຄື່ອນໄຫວດຳເນີນທຸລະກິດ, ບໍລິສັດຄວນສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມໃຫ້ຫລາຍກ່ວາອີກ, ໜູນຊ່ວຍການສ້າງປະຊາຄົມ, ບັນດາການເຄື່ອນໄຫວກຸສົນ, ການສຶກສາ, ເປັນຕົ້ນຢູ່ບັນດາທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກ. ພ້ອມທັງເປັນຂົວເຊື່ອມຕໍ່ໃຫ້ວິສາຫະກິດ ການາດາ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ຜ່ານນັ້ນ, ນຳການພົວພັນດ້ານເສດຖະກິດການຄ້າລະຫວ່າງ 2 ປະເທດນັບມື້ນັບພັດທະນາ.

ຕອບກັບ