ຫວຽດນາມ ສະໜັບສະໜູນຊຸກຍູ້ບັນຫາການສຶກສາໃນໂຄງການດຳເນີນງານຂອງ ສປຊ

Chia sẻ
(VOVWORLD) - ດ້ວຍຖານະເປັນສະມາຊິກຕັ້ງໜ້າຂອງສະພາບໍລິຫານ UNESCO, ຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດຂອງ UNESCO ໃນການຊຸກຍູ້ການສຶກສາໃນທົ່ວໂລກ.
ຫວຽດນາມ ສະໜັບສະໜູນຊຸກຍູ້ບັນຫາການສຶກສາໃນໂຄງການດຳເນີນງານຂອງ ສປຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ
(ພາບ:VOV - Washington)

ວັນທີ 15 ພຶດສະພາ, ຢູ່ ນິວຢອກ, ໄດ້ຈັດກອງປະຊຸມຂັ້ນເອກອັກຄະລັດຖະທູດ ຂອງກຸ່ມເພື່ອນມິດ ກ່ຽວກັບການສຶກສາ ແລະ ຮ່ຳຮຽນຕະຫຼອດຊີວິດ. ເຂົ້າຮ່ວມກອງປະຊຸມ, ມີທ່ານນາງ Amina J. Mohammad, ຮອງເລຂາທິການໃຫຍ່ ສປຊ, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ກ່ຽວກັບການສຶກສາ Stefania Giannini ພ້ອມກັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ແລະ ຜູ້ຕາງໜ້າຂອງເກືອບ 30 ປະເທດສະມາຊິກ ອາຊຽນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ເນັ້ນໜັກວ່າ: ດ້ວຍຖານະເປັນສະມາຊິກຕັ້ງໜ້າຂອງສະພາບໍລິຫານ UNESCO, ຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດຂອງ UNESCO ໃນການຊຸກຍູ້ການສຶກສາໃນທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍ່ສະເໜີຄວາມອາດສາມາດໃນການຈັດບັນດາການເຄື່ອນໄຫວຂອງກຸ່ມກັບບັນດາປະເທດສະມາຊິກ ສປຊ ອື່ນ ເພື່ອເພີ່ມທະວີການໂອ້ລົມສົນທະນາ, ແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບບັນດາການເຄື່ອນໄຫວສຳຄັນ, ຂໍ້ລິເລີ່ມ ແລະ ບົດຮຽນ, ພຶດຕິກຳຕົວຈິງຂອງແຕ່ລະປະເທດ ກ່ຽວກັບການສຶກສາ.

        ກຸ່ມເພື່ອນມິດກ່ຽວກັບການສຶກສາ ແລະ ຮ່ຳຮຽນຕະຫຼອດຊີວິດໄດ້ສ້າງຕັ້ງຂຶ້ນໃນປີ 2020, ເຄື່ອນໄຫວດ້ວຍຈຸດປະສົງຊຸກຍູ້ບັນຫາການສຶກສາໃນໂຄງການດຳເນີນງານຂອງ ສປຊ, ກໍ່ຄືແບ່ງປັນບັນດາຂໍ້ລິເລີ່ມ, ພຶດຕິກຳຕົວຈິງທີ່ດີ ກ່ຽວກັບການຮັບປະກັນສິດໃນການສຶກສາຂອງບັນດາປະເທດສະມາຊິກ.

ຕອບກັບ