ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ເຖິງ​ຖອງ ແລະ ສິ້ນ​ເຊີງ

Chia sẻ
(VOVWORLD) -  ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນຕ້ານການແຜ່ຂະຫຍາຍ, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງເຖິງຖອງ ແລະ ສິ້ນເຊີງ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນບົດບາດຂອງ IAEA.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ເຖິງ​ຖອງ ແລະ ສິ້ນ​ເຊີງ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸສ (ພາບ: VOV)

ນັບແຕ່ວັນທີ 5 – 9 ມິຖຸນາ 2023 ຢູ່ ວຽນ, ປະເທດ ໂອຕາລິດ ໄດ້ດຳເນີນກອງປະຊຸມປະຈຳໄລຍະຂອງສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (IAEA) ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 35 ປະເທດສະມາຊິກຂອງສະພາ, ພ້ອມກັບບາງປະເທດສະມາຊິກ IAEA ແລະ ອົງການຈັດຕັ້ງສາກົນ ດ້ວຍຖານະເປັນຜູ້ສັງເກດການ. ຄະນະຜູ້ແທນ ຫຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ IAEA ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນຕ້ານການແຜ່ຂະຫຍາຍ, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງເຖິງຖອງ ແລະ ສິ້ນເຊີງ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນບົດບາດຂອງ IAEA; ຕີລາຄາສູງບັນດາໂຄງການຮ່ວມມືດ້ານເຕັກນິກ, ໂດຍສະເພາະແມ່ນບັນດາໂຄງການທີ່ IAEA  ແລະ ຫວຽດນາມ ພວມຜັນຂະຫຍາຍ ເປັນຕົ້ນແມ່ນ ໂຄງການ ZODIAC, ໂຄງການຮ່ວມມືສາມຝ່າຍ ຫວຽດນາມ - ລາວ/ກຳປູເຈຍ - IAEA; ສະເໜີໃຫ້ອົງການດັ່ງກ່າວ ສືບຕໍ່ສະໜັບສະໜູນ ແລະ ຮ່ວມມືດ້ານເຕັກນິກ ກັບ ຫວຽດນາມ ໃນຂົງເຂດດັ່ງກ່າວ.

ຕອບກັບ