ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

Chia sẻ
(VOVWORLD) - ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ. 
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ - ảnh 1ກອງປະຊຸມສະພາຜູ້ວ່າການ IAEA ເດືອນ ກັນຍາ 2023 (ພາບ: TTXVN)

ກອງປະຊຸມຄັ້ງທີ 67, ສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ຈະດຳເນີນຢູ່ນະຄອນຫຼວງ ວຽນ, ໂອຕາລິດ, ນັບແຕ່ວັນທີ 25 – 29 ກັນຍາ ຈະມາເຖິງ. ກ່ອນໜ້ານັ້ນ, ນັບແຕ່ວັນທີ 11 – 15 ກັນຍາ, ສະພາຜູ້ວ່າການ IAEA ໄດ້ຈັດກອງປະຊຸມປະຈຳໄລຍະຄັ້ງທີ 3. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ, ຍົກສູງສິດຂອງບັນດາປະເທດທີ່ນຳໃຊ້ພະລັງງານ ແລະ ໝູນໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ ບົນພື້ນຖານກົດໝາຍສາກົນ ແລະ ພັນທະ ທີ່ມີຕໍ່ ສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT); ສະເໜີ IAEA ສືບຕໍ່ເພີ່ມທະວີການໜູນຊ່ວຍ, ຮ່ວມມືດ້ານເຕັກນິກ ກັບ ຫວຽດນາມ ໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈ.

        ຢູ່ນອກກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຈັດງານລ້ຽງ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການໜູນຊ່ວຍ ແລະ ການໃຫ້ການຮ່ວມມືຂອງເພື່ອນມິດສາກົນໃນໄລຍະດຳລົງບົດບາດເປັນສະມາຊິກ ສະພາຜູ້ວ່າການ IAEA.

ຕອບກັບ