ຫວຽດນາມ ສວມບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຍີ່ປຸ່ນ ສຳລັບ ອາຊຽນ

Chia sẻ
(VOVWORLD) -  ວັນທີ 16 ຕຸລາ, ທີ່ການຖະແຫຼງຂ່າວຢູ່ສຳນັກງານກະຊວງການຕ່າງປະເທດ ຍີ່ປຸ່ນ, ເຈົ້າໜ້າທີ່ທ່ານໜຶ່ງຂອງກະຊວງດັ່ງກ່າວໃຫ້ຮູ້ວ່າ: ມີ 2 ສາຍເຫດທີ່ເຮັດໃຫ້ທ່ານນາຍົກລັດຖະມົນຕີ Suga Yoshihide ເລືອກ ຫວຽດນາມ ແມ່ນປະເທດທຳອິດໃນການປະຕິບັດງານຕ່າງປະເທດ ພາຍຫລັງດຳລົງຕຳແໜ່ງ. 

ຕາມເຈົ້າໜ້າທີ່ທ່ານດັ່ງກ່າວແລ້ວ, ກ່ອນອື່ນໝົດ, ຍ້ອນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ພວມພັດທະນາຢ່າງແຮງທີ່ສຸດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ດ້ວຍຖານະຕຳແໜ່ງເປັນປະທານ ອາຊຽນ 2020, ໄດ້ສວມບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຍີ່ປຸ່ນ ສຳລັບ ອາຊຽນ. ເຈົ້າໜ້າທີ່ທ່ານດັ່ງກ່າວ ກໍ່ໃຫ້ຮູ້ວ່າ: ຝ່າຍ ຍີ່ປຸ່ນ ຫວັງວ່າ ການຢ້ຽມຢາມໃນຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ມຸ່ງໄປເຖິງການຟື້ນຟູເສດຖະກິດ ພາຍຫລັງໂລກລະບາດໂຄວິດ-19.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຍີ່ປຸ່ນ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ Suga Yoshihide ຈະມາຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 21 ຕຸລາ, ທ່ານ Hiroyuki Moribe, ຫົວໜ້າຝ່າຍບໍລິຫານສະຖາບັນຄົ້ນຄວ້າເສດຖະກິດ ຫວຽດນາມ (OERI) ຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Suga Yoshihide ເລືອກມາຢ້ຽມຢາມ ຫວຽດນາມ ເປັນປະເທດທຳອິດ ພາຍຫລັງດຳລົງຕຳແໜ່ງນັ້ນ ແມ່ນຍ້ອນ ອາຊີ ເປັນພາກພື້ນທີ່ມີລະດັບການເຕີບໂຕໄວທີ່ສຸດຢູ່ໃນໂລກ, ໃນນັ້ນ ຈຸດໃຈກາງຂອງພາກພື້ນ ແມ່ນ ອາຊຽນ. ທີສອງແມ່ນ, ທ່ານນາຍົກລັດຖະມົນຕີ Suga Yoshihide ໄດ້ໃຫ້ຄຳໝັ້ນສັນຍາ ຈະສືບທອດນະໂຍບາຍການຕ່າງປະເທດຂອງທ່ານອະດີດນາຍົກລັດຖະມົນຕີ Shinzo Abe  ແລະ ຜ່ານການຢ້ຽມຢາມໃນຄັ້ງນີ້ ແມ່ນຊອກຫາການສະໜັບສະໜູນ ເພື່ອແນໃສ່ຫັນຂໍ້ລິເລີ່ມມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດຂອງທ່ານອະດີດນາຍົກລັດຖະມົນຕີ Abe ແນໃສ່ຮັກສາການເຄື່ອນໄຫວໄປມາຢ່າງປອດໄພຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ