ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕ logistics ສູງສຸດໃນໂລກ

Chia sẻ
(VOVWORLD) - ໃນໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ, ສະເລ່ຍປະມານ 14-16%/ປີ.
ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕ logistics ສູງສຸດໃນໂລກ - ảnh 1ກອງປະຊຸມສຳມະນາ “ພັດທະນາຕະຫລາດການບໍລິການ logistics ໃຫ້ວິສາຫະກິດ”. ພາບ: ຫວຽດນາມ+

  ກອງປະຊຸມສຳມະນາ “ພັດທະນາຕະຫລາດການບໍລິການ logistics ໃຫ້ວິສາຫະກິດ” ໂດຍກະຊວງອຸດສາຫະກຳການຄ້າ ແລະ ກະຊວງວິທະຍາສາດເຕັກໂນໂລຊີຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 20 ເມສາ ຢູ່ຮ່າໂນ້ຍ. ໃນໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ, ສະເລ່ຍປະມານ 14-16%/ປີ. ບົດລາຍງານກ່ຽວກັບດັດຊະນີ logistics ຕະຫລາດຫາກໍ່ພົ້ນເດັ່ນ 2021, ໂດຍບໍລິສັດ Agility ຫາກໍ່ປະກາດໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ເລືຶ່ອນຂຶ້ນ 3 ຂັ້ນໃນຕາຕະລາງຈັດອັນດັບ ເມື່ອທຽບໃສ່ປີ 2020, ຢືນອັນດັບທີ 8 ໃນ Top 10 ປະເທດແຖວໜ້າ. ຄາດຄະເນວ່າ ເມື່ອວັກຊິນ ກັນໂຄວິດ-19 ໄດ້ຮັບການຜັນຂະຫຍາຍຢ່າງທົ່ວເຖິງແລ້ວ, ແງ່ຫວັງການຟື້ນຟູເສດຖະກິດທົ່ວໂລກ ແລະ ພາຍໃນປະເທດ ສືບຕໍ່ມີສັນຍານເປັນໜ້າຊື່ນຊົມ, ຄວາມຕ້ອງການທາງດ້ານ logistics ເພີ່ມຂຶ້ນ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕ logistics ສູງສຸດ.

ຕອບກັບ