ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: ກະຊວງການຕ່າງປະເທດ) |
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ແບ່ງປັນກ່ຽວກັບຄວາມໝາຍ, ຄວາມຈຳເປັນຂອງວັກຊິນກັນພະຍາດໂຄວິດ - 19, ພ້ອມທັງສະເໜີໃຫ້ ອາຊຽນ ຈົ່ງຍາດແຍ່ງບັນດາກາລະໂອກາດຮ່ວມມືກັບຄູ່ຮ່ວມມືຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນໃນການຊື້ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊີນ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວິວັດທະນາການສ້າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025; ພ້ອມທັງ, ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຊອງບັນດາປະເທດຕໍ່ຂໍ້ລິເລີ່ມຈັດຕັ້ງ ເວທີປາໄສຮ່ວມມືອະນຸພາກພື້ນ ໃນທ້າຍປີນີ້.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ຕອນບ່າຍວັນທີ 2 ສິງຫາ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມບັນດາກອງປະຊຸມ ສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (APSC), ສະມັດຊາປະສານງານ ອາຊຽນ, ຄະນະກຳມະການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ນຳໃຊ້ອາວຸດນິວເຄຼຍ (SEANWFZ) ແລະ ວາລະໂອ້ລົມສົນທະນາກັບຜູ້ຕາງໜ້າ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບບັນຫາມະນຸດສະທຳ (AICHR).