ຫວຽດນາມ ສືບຕໍ່ຮັກສາເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັກສາທ່າເຕີບໂຕເປັນປົກກະຕິ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ກຽມພ້ອມທີ່ຈະພ້ອມກັບ IMF ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ, ປະຕິບັດນະໂຍບາຍເງິນຕາຢ່າງມີໄຫວພິບ, ມີປະສິດທິຜົນ...
ຫວຽດນາມ ສືບຕໍ່ຮັກສາເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັກສາທ່າເຕີບໂຕເປັນປົກກະຕິ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) Kristalina Georgieva
(ພາບ:Dương Giang/TTXVN)

ຫວຽດນາມ ສືບຕໍ່ຮັກສາເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັກສາທ່າເຕີບໂຕເປັນປົກກະຕິ - ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກທີ່ການຕ້ອນຮັບທ່ານນາງ Kristalina Georgieva, ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) ໃນຕອນບ່າຍວັນທີ 4 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ກຽມພ້ອມທີ່ຈະພ້ອມກັບ IMF ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ, ປະຕິບັດນະໂຍບາຍເງິນຕາຢ່າງມີໄຫວພິບ, ມີປະສິດທິຜົນ; ນະໂຍບາຍປີການເງິນມີຈຸດສຸມ; ຊຸກຍູ້ການລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນຂົງເຂດພາກລັດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາ IMF ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການໃຫ້ຄຳປຶກສາ, ວາງແຜນນະໂຍບາຍ ແລະ ໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) Kristalina Georgieva ເຫັນດີເປັນເອກະພາບຄວນມີບັນດາມາດຕະການຮອບດ້ານທັງດ້ານການເມືອງ, ເສດຖະກິດ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ແບ່ງປັນທັດສະນະບັນດາປະເທດຄວນຮ່ວມແຮງຮ່ວມໃຈຊອກຫາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ, ໃນນັ້ນມີການເຕີບໂຕສີຂຽວ, ເສດຖະກິດໝູນວຽນ…

ຕອບກັບ