ຫວຽດນາມ ສືບຕໍ່ຊ່ວຍເຫຼືອພົນລະເມືອງ ຫວຽດນາມ ຢູ່ ລາວ ມີຄວາມຫວັງຢາກກັບເມືອປະເທດ

Chia sẻ
(VOVWORLD) -ສະຖານທູດ ຫວຽດນາມ ປະຈຳ ລາວ ຫາກໍ່ປະກາດໃຊ້ແຈ້ງການກ່ຽວກັບເລື່ອງສືບຕໍ່ຊ່ວຍເຫຼືອພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ຈົດທະບຽນຂໍກັບຄືນເມືອປະເທດ.
ຫວຽດນາມ ສືບຕໍ່ຊ່ວຍເຫຼືອພົນລະເມືອງ ຫວຽດນາມ ຢູ່ ລາວ ມີຄວາມຫວັງຢາກກັບເມືອປະເທດ - ảnh 1 ສະຖານທູດຫວຽດານມ ປະຈຳລາວ 

ຕາມນັ້ນແລ້ວ, ສະຖານທູດ ແລະ ບັນດາສະຖານກົງສູນ ຫວຽດນາມ ປະຈຳ ລາວ ຈະຮວບຮວມບັນຊີລາຍຊື່ພົນລະເມືອງ ຫວຽດນາມ ທີ່ມີຄວາມຫວັງຢາກກັບເມືອປະເທດ, ແຈ້ງໃຫ້ກະຊວງການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ຂອງ ລາວ ຮັບຊາບເພື່ອ ພິຈາລະນາ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາພົນລະເມືອງ ຫວຽດນາມ ທີ່ມີຊື່ໃນບັນຊີລາຍຊື່ດັງກ່າວໄດ້ອອກເມືອງຜ່ານບັນດາດ່ານຊາຍແດນສາກົນ.

ໃນແຕ່ລະວັນ, ສະຖານທູດ ແລະ ບັນດາສະຖານກົງສູນ ຫວຽດນາມ ປະຈຳ ລາວ ຈະອັບເດດບັນຊີລາຍຊື່, ສົ່ງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ລາວ, ກໍ່ຄືເອົາລົງໃນເວັບໄຊຂອງສະຖານທູດ ຫວຽດນາມ ປະຈຳ ລາວ ຢ່າງເປີດເຜີຍດ້ວຍລະຫັດ: https://vnembassy-vientiane.mofa.gov.vn. ແລະ ເວັບໄຊຂອງບັນດາສະຖານກົງສູນ ຫວຽດນາມ ປະຈຳ ລາວ ເພື່ອໃຫ້ພໍ່ແມ່ພີ່ນ້ອງຕິດຕາມໄດ້ສະດວກ. ມາຮອດປັດຈະບັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຊ່ວຍເຫຼືອພົນລະເມືອງ ຫວຽດນາມ ທີ່ມີຄວາມຫວັງຢາກກັບເມືອປະເທດ, ໄດ້ທັງໝົດ 19 ຄັ້ງ, ແຕ່ລະຄັ້ງແມ່ນປະມານ 200 ເຖິງ 500 ຄົນ.

ຕອບກັບ