ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

Chia sẻ
(VOVWORLD) - ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ - ảnh 1ທ່ານ ຫງວຽນດຶກທັງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ  (ພາບ: TTXVN)

ຕອນບ່າຍວັນທີ 28 ມີນາ, ທີ່ການຖະແຫຼງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ ເລື່ອງກຳປັ່ນຈີນ ແລະ ກຳປັ່ນລຳລຽງຂອງ ຟີລິບປິນ ແຕະຕ້ອງກັນ ຢູ່ຫາດດອນ ກໍໄມ, ທ່ານ ຫງວຽນດຶກທັງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດຕໍ່ບັນດາຄວາມເຄັ່ງຕຶງທີ່ເກີດຂຶ້ນຢູ່ທະເລຕາເວັນອອກໃນມໍ່ໆມານີ້. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ. ທ່ານ ຫງວຽນດຶກທັ້ງ ເນັ້ນໜັກວ່າ ທຸກຄວາມຮຽກສິດ ແລະ ການເຄື່ອນໄຫວຢູ່ທະເລຕາເວັນອອກ ຕ້ອງສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານ ຂອງບັນດາປະເທດ ໄດ້ຮັບການກຳນົດສອດຄ່ອງກັບ UNCLOS, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມຄວາມເຄັ່ງຕຶງ, ຮັບປະກັນຄວາມເສລີໃນການເດີນເຮືອ ແລະ ການບິນ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ.

ທີ່ການຖະແຫຼງຂ່າວ, ຕອບຄຳຖາມຂອງນັກຂ່າວ ທັດສະນະຂອງ ຫວຽດນາມ ໂດຍສະເໜີໃຫ້ຮູ້ ກ່ຽວກັບບັນດາການເຄື່ອນໄຫວຂອງຈີນ ແລະ ຟີລິບປິນຢູ່ເຂດ Sandycay, ທ່ານ ຫງວຽນດຶກທັ້ງ ຢັ້ງຢືນວ່າ:

ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງໃຫ້ຄົນ ເດີນເຂົ້າເຂດທີ່ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ເຊິ່ງບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ແມ່ນການກະທຳລ່ວງລຳ ອະທິປະໄຕຂອງ ຫວຽດນາມ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ໄປຝືນກັບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ກໍ່ຄືຄວາມມານະພະຍາຍາມຂອງບັນດາປະເທດໃນການເຈລະຈາກົດແຫ່ງການປະພຶດ (COC) ຢູ່ທະເລຕາເວັນອອກໃນປັດຈຸບັນ.

ຕອບກັບ