ຫວຽດນາມ - ມາເລເຊຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ

Chia sẻ
(VOVWORLD) - ໃນລະຫວ່າງວັນທີ 11 -13 ກໍລະກົດ, ທ່ານ ເຈືອງຮ່ວາບີ່ງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ Ahmad Zahid Hamidi. 

ຫວຽດນາມ - ມາເລເຊຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ແລະ ຮອງນາຍົກລັດຖະມົນຕີ ມາເລເຊຍ Ahmad Zahid Hamidi

(ພາບ: ສຳນັກຂ່າວສານ ຫວຽດນາມ)

ໃນໄລຍະຢູ່ຢ້ຽມຢາມນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ Najib Razak, ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ Ahmad Zahid Hamidi, ພົບປະກັບທ່ານເລຂາທິການໃຫຍ່ພັກກຳອຳນາດ UMNO, ຕ້ອນຮັບການນຳບາງກະຊວງ, ຂະແໜງການ, ວິສາຫະກິດ ມາເລເຊຍບາງທ່ານ. ທີ່ການພົບປະ ແລະ ເຈລະຈາຄັ້ງຕ່າງໆ, ສອງຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນຂັ້ນພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ພົວພັນແລກປ່ຽນປະຊາຊົນ. ສອງຝ່າຍກໍ່ເຫັນດີສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕຸລາການ… ກ່ຽວກັບດ້ານເສດຖະກິດ, ສອງຝ່າຍເປັນເອກະພາບສ້າງເງື່ອນໄຂໃຫ້ບັນດາວິສາຫະກິດລົງທຶນເຂົ້າຕະຫຼາດຂອງກັນ, ພິເສດໃນຂົງເຂດການຄ້າເຂົ້າສານ, ປຸງແຕ່ງທັນຍາຫານຂອງຊາວມຸດສະລິມ… ກ່ຽວກັບການຮ່ວມມື ອາຊຽນ ແລະ ທະເລຕາເວັນອອກ, ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືແໜ້ນແຟ້ນໃນການສ້າງ ແລະ ພັດທະນາປະຊາຄົມ ອາຊຽນ, ປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະ ຮັກສາບົດບາດໃຈກາງຂອງ ອາຊຽນຢູ່ພາກພື້ນ, ພ້ອມທັງຢືນຢັນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເນັ້ນໜັກແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ປະຕິບັດ DOC ຢ່າງຄົບຖ້ວນ, ຊຸກຍູ້ COC ແລະ ບັນລຸ COC ໂດຍໄວ.

ຕອບກັບ