ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ແກ້​​ໄຂບັດ​ເຫຼືອງ​ຂອງ EC

Chia sẻ
(VOVWORLD) - ກອງປະຊຸມ ໄດ້ເຊື່ອມຕໍ່ແບບທາງໄກກັບສຳນັກງານຄະນະກຳມະການປະຊາຊົນ 28 ແຂວງ, ນະຄອນແຄມທະເລ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ແກ້​​ໄຂບັດ​ເຫຼືອງ​ຂອງ EC - ảnh 1ພາບປະກອບ: congthuong.vn

ວັນທີ 13 ທັນວາ, ຢູ່ແຂວງ ບ່າເຣ້ຍ - ຫວຸງເຕົ່າ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເປັນປະທານກອງປະຊຸມຄັ້ງທີ 8 ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລ ແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມ ຂໍ້ກຳນົດ IUU. ກອງປະຊຸມ ໄດ້ເຊື່ອມຕໍ່ແບບທາງໄກກັບສຳນັກງານຄະນະກຳມະການປະຊາຊົນ 28 ແຂວງ, ນະຄອນແຄມທະເລ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ເນັ້ນໜັກເຖິງຜົນຕາມມາ ຂອງການບໍ່ແກ້ໄຂບັດເຫຼືອງ EC ໄດ້ ແລະ ຖ້າຖືກ ບັດແດງ ຫວຽດນາມ ບໍ່ພຽງແຕ່ມີຜົນເສຍຫາຍກ່ຽວກັບທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງ ເຮັດໃຫ້ອິດທິພົນຊື່ສຽງຂອງ ຫວຽດນາມ ຫຼຸດລົງຢ່າງຮ້າຍແຮງ ອີກດ້ວຍ, ຂະແໜງສິນໃນນ້ຳ ອາດຈະຕ້ອງປະເຊີນໜ້າຄວາມສ່ຽງ ຄ້າຍຄືກັນກັບ ບັດເຫຼືອງ ຂອງ EU ຢູ່ຕະຫຼາດຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ທຸກຂັ້ນ, ທຸກຂະແໜງການຕ້ອງສົມທົບກັນເປັນຢ່າງດີ ເພື່ອຈັດຕັ້ງການປະຕິບັດຢູ່ລະດັບສູງສຸດນັບແຕ່ນີ້ຮອດເດືອນເມສາປີ 2024, ສຸມທຸກແຫຼ່ງກຳລັງ ເພື່ອແກ້ໄຂບັດເຫຼືອງ EC ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກຳລັງທີ່ມີໜ້າທີ່ຄວາມຮັບຜິດຊອບ ປະຕິບັດກົດໝາຍ ຢູ່ທະເລ ເພີ່ມທະວີການລາດຕະເວນ, ສຳຫຼວດກວດກາຢ່າງເຂັ້ມງວດ, ບໍ່ປະໃຫ້ກຳປັ່ນຫາປາໃດ ລະເມີດເຂດທະເລຕ່າງປະເທດ.

ຕອບກັບ