ຫວຽດນາມ ພ້ອມແລ້ວທີ່ຈະຮັບປະກັນໃຫ້ແກ່ກອງປະຊຸມ AMM-53ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໃຫ້ປະສົບຜົນສຳເລັດ

Chia sẻ
(VOVWORLD) -ກອງປະຊຸມ AMM 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 09 – 12 ກັນຍາ ຕາມຮູບແບບອອນລາຍ, ພາຍໃຕ້ການເປັນປະທານຂອງຫວຽດນາມ.
ຫວຽດນາມ ພ້ອມແລ້ວທີ່ຈະຮັບປະກັນໃຫ້ແກ່ກອງປະຊຸມ AMM-53ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໃຫ້ປະສົບຜົນສຳເລັດ - ảnh 1 (ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ - ຫົວໜ້າ SOM ASEAN ຫວຽດນາມ)

ເຂົ້າຮ່ວມບັນດາກອງປະຊຸມ, ຄາດວ່າຈະມີ 27 ຄະນະຜູ້ແທນທີ່ມາຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືທີ່ມາຈາກ 4 ທະວີບ, ໃນນັ້ນມີບັນດາປະເທດເຂົ້າຮ່ວມເວທີປາໄວພາກພື້ນອາຊຽນ (ARF). ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ.

          ທີ່ກອງປະຊຸມຂ່າວສາກົນຖືກດຳເນີນໃນຕອນບ່າຍວັນທີ 07 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ.

          “ກອງປະຊຸມ AMM 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງແມ່ນບັນດາກອງປະຊຸມສຳຄັນທີ່ສຸດໃນປີປະທານອາຊຽນ. ກອງປະຊຸມຖືກດຳເນີນໃນສະພາບໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ ຍ້ອນການແກ່ງແຍ້ງດ້ານຍຸດທະສາດຢ່າງຂ້ຽວຂາດລະຫວ່າງບັນດາປະເທດໃຫຍ່, ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ບາງຈຸດຮ້ອນເຮັ່ງ, ໂລກລະບາດໂຄວິດ-19 ສືບຕໍ່ແຜ່ລະບາດຄັ້ງໃໝ່, ໄດ້ສົ່ງຜົນກະທົບຫຼາຍຢ່າງເຖິງການດຳລົງຊີວິດ, ເສດຖະກິດ - ສັງຄົມຂອງບັນດາປະເທດສະມາຊິກອາຊຽນ. ໃນສະພາບການນັ້ນ, ເຖິງວ່າການເຄື່ອນໄຫວຂອງອາຊຽນ ຖືກຜົນສະທ້ອນຫຼາຍຢ່າງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຫວຽດນາມ ໄດ້ ແລະ ພວມພະຍາຍາມປະຕິບັດໜ້າທີ່ເປັນປະທານອາຊຽນ ຢູ່ໃນລະດັບສູງສຸດ, ສະເໜີບັນດາຂໍ້ລິເລີ່ມ, ຮັກສາ ແລະ ຊຸກຍູ້ການຮ່ວມມືນັບທັງການປ້ອງກັນ, ສະກັດກັ້ນໂລກລະບາດ, ກໍຄືໃນການສ້າງປະຊາຄົມອາຊຽນ, ຍູ້ແຮງການພົວພັນຄູ່ຮ່ວມມື, ປັບປຸງບົດບາດໃຈກາງຂອງອາຊຽນ.”

          ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ - ຫົວໜ້າ SOM ASEAN ຫວຽດນາມ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ. ນີ້ແມ່ນກອງປະຊຸມເປີດຊາກເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 09 – 12 ກັນຍາ.

          ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 07 ກັນຍາ ກໍ່ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄະນະກຳມະການສັນຍາອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ.

ຕອບກັບ