ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ |
ເນື່ອງໃນໂອກາດນີ້, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ ໄດ້ສຳພາດທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ. ຕາມທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ ແລ້ວ, ເພື່ອກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ຕ້ອງໄດ້ຮັບການສະໜັບສະໜູນໜ້ອຍສຸດແມ່ນ 2/3 ໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດ. ທ່ານກ່າວວ່າ:
ມາຮອດປັດຈຸບັນ, ຫວຽດນາມ ເປັນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຂອງພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ຄຳໝັ້ນສັນຍາດ້ວຍເອກະສານຈາກກ່ວາ 100 ປະເທດ ແລະ ການສະໜັບສະໜູນດ້ວຍປາກເປົ່າຂອງ 30 – 40 ປະເທດອີກ. ອາດເວົ້າໄດ້ວ່າ ພວກເຮົາມີກາລະໂອກາດໃຫຍ່ ເພື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງ, ເພື່ອກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງໃນບັ້ນປ່ອນບັດຈະມາເຖິງ.