ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ WTO ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (WTO) ເຊິ່ງພວມຢູ່ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ WTO ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ WTO, ຫວຽດນາມ ໄດ້ວາງອອກແຜນນະໂຍບາຍເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ບັນດາຂອບເຂດຮ່ວມມືຂອງ WTO, ພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ບົນຈິດໃຈສ້າງສັນສຳລັບບັນດາບັນຫາທີ່ເປັນຄວາມສົນໃຈລວມຂອງ WTO. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານນາງເອງ ແລະ WTO ຈະສືບຕໍ່ສະໜັບສະໜູນຍູ້ແຮງບັນດາໂຄງການຮ່ວມມື, ໜູນຊ່ວຍດ້ານການເງິນ, ເຕັກນິກຂອງ WTO ເພື່ອແນໃສ່ຊ່ວຍ ຫວຽດນາມ ຍົກສູງປະສິດທິຜົນເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງ WTO.

        ສ່ວນທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ ປາດຖະໜາວ່າ ຢາກຮັບຟັງບົດຮຽນ, ປະສົບການຂອງ ຫວຽດນາມ ເພື່ອແນະນຳ, ແບ່ງປັນກັບໂລກ ແລະ ເປັນແຫຼ່ງບັນດານໃຈໃຫ້ຫຼາຍປະເທດອື່ນໃນໂລກ. ທ່ານນາງກໍຫວັງຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດພັດທະນາເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກ, ການຄ້າສີຂຽວ,  ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຈລະຈາສັນຍາຊ່ວຍເຫຼືອຂະແໜງສິນໃນນ້ຳ, ຕ້ານການຂຸດຄົ້ນສິນໃນນ້ຳທີ່ລະເມີດກົດໝາຍ (IUU), ພັດທະນາແບບກວມລວມ ແລະ ມອບສິດໃຫ້ແກ່ແມ່ຍິງ.

ຫວູຄວຽນ

ຕອບກັບ