ຫວຽດ​ນາມ ປາດ​ຖະ​ໜາຢ​າກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ ​ດ້ານ​ການ​ເງິນ ແລະ ເຕັກ​ໂນ​ໂລ​ຢີ ເພື່ອຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ

Chia sẻ
(VOVWORLD) - ຫວຽດນາມ ມີບັນດາໂຄງການຫັນປ່ຽນພະລັງງານລະອຽດ, ດັ່ງນັ້ນ ຫວຽດນາມ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນ ແລະ ເຕັກໂນໂລຢີ ເພື່ອຜັນຂະຫຍາຍປະຕິບັດໂດຍໄວ.
ຫວຽດ​ນາມ ປາດ​ຖະ​ໜາຢ​າກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ ​ດ້ານ​ການ​ເງິນ ແລະ ເຕັກ​ໂນ​ໂລ​ຢີ ເພື່ອຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານນາງ Mary L.Schapiro ຮອງປະທານ ສະຫະພັນ ການເງິນ Glasgow

ຕອນເຊົ້າວັນທີ 27 ມີນາ, ຢູ່ສຳນັກງານ ລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Mary L.Schapiro ຮອງປະທານ ສະຫະພັນ ການເງິນ Glasgow ເພື່ອເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງລະດັບ 0 (GFANZ).

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ມີບັນດາໂຄງການຫັນປ່ຽນພະລັງງານລະອຽດ, ດັ່ງນັ້ນ ຫວຽດນາມ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນ ແລະ ເຕັກໂນໂລຢີ ເພື່ອຜັນຂະຫຍາຍປະຕິບັດໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ GFANZ ສ້າງກົນໄກການເງິນຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງບັນດາຝ່າຍທີ່ມີລັກສະນະສະເພາະ ຂອງແຫຼ່ງທຶນໃຫ້ແກ່ຂົງເຂດພະລັງງານທົດແທນ ແລະ ຕ້ອງມີຄຳໝັ້ນສັນຍາຢ່າງລະອຽດກ່ຽວກັບການເງິນ, ການຖ່າຍທອດເຕັກໂນໂລຢີ ຈາກບັນດາປະເທດອຸດສາຫະກຳພັດທະນາ (G7) ແລະ ບັນດາຄູ່ຮ່ວມມືສາກົນ ໃນຂໍ້ຕົກລົງຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ (JETP).

ໂດຍຮັບຮູ້ບັນດາຂໍ້ສະເໜີຂອງ ຫວຽດນາມ, ທ່ານນາງ Mary L.Schapiro ຢັ້ງຢືນວ່າ GFANZ ຈະສະຫງວນບ້ວງການເງິນໃຫ້ແກ່ການເຄື່ອນໄຫວຄົ້ນຄ້ວາ, ປ່ຽນແປງໃໝ່, ຫັນປ່ຽນເຕັກໂນໂລຢີໃນຂົງເຂດພະລັງງານທົດແທນ, ພ້ອມທັງປາດຖະໜາ ຢາກໄດ້ຮັບຄວາມຮຽກຮ້ອງ, ຂໍ້ສະເໜີຢ່າງລະອຽດຈາກບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ກ່ຽວກັບກົນໄກລະດົມແຫຼ່ງທຶນໃນຕະຫຼາດສາກົນ ໃຫ້ແກ່ບັນດາວິສາຫະກິດທີ່ມາລົງທຶນຢູ່ ຫວຽດນາມ.

ຕອບກັບ