ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

Chia sẻ
(VOVWORLD) - ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ
ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Stephan Weil, ຜູ້ວ່າການລັດ Lower Saxony ຂອງ ເຢຍລະມັນ

 

ວັນທີ 2 ຕຸລາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Stephan Weil, ຜູ້ວ່າການລັດ Lower Saxony ຂອງ ເຢຍລະມັນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເວົ້າລວມ ແລະ ກັບ ລັດ Lower Saxony ເວົ້າສະເພາະ ຢ່າງເລິກເຊິ່ງກ່ວາ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືກ່ຽວກັບດ້ານການເມືອງ - ການທູດ, ການຄ້າ - ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບຳລຸງສ້າງວີຊາຊີບ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ, ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ສະເໜີໃຫ້ອຳນາດການປົກຄອງລັດ Lower Saxony ສົ່ງເສີມບັນດາວິສາຫະກິດຂອງລັດລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ ແລະ ມີຄວາມຕ້ອງການຂອງທັງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດເຢຍລະມັນ, ຊອກຫາກາລະໂອກາດຮ່ວມມື, ເພີ່ມທະວີການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ບົນຈິດໃຈຮ່ວມມືຍາວນານ, ຜົນປະໂຫຍດກົມກຽວ.

        ສ່ວນ ທ່ານ Stephan Weil, ຜູ້ວ່າການລັດ Lower Saxony ຢັ້ງຢືນວ່າ: ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ; ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ໃຫ້ນັບມື້ນັບພັດທະນາແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ