ຫວຽດ​ນາມ ປະ​ຕິ​ບັດ​ສົນ​ທິ​ສັນ​ຍາຂອງ ILO ກ່ຽວ​ກັບ​ການ​ລົບ​ລ້າງ​ການ​ນຳ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ

Chia sẻ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຫາກໍປະກາດໃຊ້ຂໍ້ຕົກລົງວ່າດ້ວຍການໃຫ້ອະນຸມັດຜ່ານ ແຜນການປະຕິບັດສົນທິສັນຍາສະບັບເລກທີ 105  ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງການນຳໃຊ້ແຮງງານແບບບັງຄັບ. 
ຫວຽດ​ນາມ ປະ​ຕິ​ບັດ​ສົນ​ທິ​ສັນ​ຍາຂອງ ILO ກ່ຽວ​ກັບ​ການ​ລົບ​ລ້າງ​ການ​ນຳ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ - ảnh 1(ພາບປະກອບ: TTXVN)

   ເປົ້າໝາຍຂອງແຜນການ ແມ່ນປະຕິບັດບັນດາເນື້ອໃນຂອງສົນທິສັນຍາສະບັບເລກທີ 105 ໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ ຫວຽດນາມ, ສອດຄ່ອງກັບເງື່ອນໄຂເສດຖະກິດ, ການເມືອງ, ສັງຄົມຂອງ ຫວຽດນາມ ໃນແຕ່ລະໄລຍະ; ສ້າງໃຫ້ສົມບູນແບບ ແລະ ເພີ່ມທະວີກຳລັງຄວາມສາມາດ ຂອງບັນດາລະບອບລະບຽບການປະຕິບັດ, ກົນໄກສົມທົບ, ກົນໄກຕິດຕາມ ແລະ ກຳນົດຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງຈະແຈ້ງ.

        ຕາມນັ້ນແລ້ວ, ແຕ່ລະປີ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປະຕິບັດການໂຄສະນາ, ເຜີຍແຜ່ເນື້ອໃນຂອງສົນທິສັນຍາສະບັບເລກທີ 105 ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງກົດໝາຍ ຫວຽດນາມ ໃຫ້ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ, ປະຊາຊົນ ແລະ ບັນດາສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ສຳຫຼວດກວດກາ, ປັບປຸງ, ເພີ່ມເຕີມ ຫຼື ປະກາດໃຊ້ໃໝ່ ແນໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບ ເພື່ອປະຕິບັດບັນດາຄຳຮຽກຮ້ອງຂອງສົນທິສັນຍາເລກທີ 105 ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.

ຕອບກັບ