ຫວຽ​ດ​ນາມ ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ກັບ EU ແລະ ໄທ​

Chia sẻ
(VOVWORLD) -ຕອນບ່າຍວັນທີ 08 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Giorgio Aliberti ໂດຍເປັນເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດ ສະຫະພາບເອີລົບ (EU) ຢູ່ ຫວຽດນາມ
ຫວຽ​ດ​ນາມ ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ກັບ EU ແລະ ໄທ​ - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານ Giorgio Aliberti (ພາບ:QĐND)

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ໃນນັ້ນມີຂົງເຂດປ້ອງກັນຊາດ ແລະ ເນັ້ນໜັ້ກວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມປາດຖະໜາຢາກຮ່ວມມືກັບ ຄະນະປະຕິບັດງານ EU ປະຈຳ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອສືບຕໍ່ໍຊຸກຍູ້ການພົວພັນປ້ອງກັນຊາດລະຫວ່າງ ສອງຝ່າຍ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ສະແດງຄວາມຊົມເຊີຍຕໍ່ການຈະມາຢ້ຽມຢາມຫວຽດນາມ ຂອງ ປະທານຄະນະກຳມະການການທະຫານ EU ໃນ ປີໜ້າ.

        ສ່ວນທ່ານ Giorgio Aliberti ມີຄວາມປາດຖະໜາວ່າ ໃນປີທີ່ ຫວຽດນາມ ປະທານ ອາຊຽນ 2020, ຫວຽດນາມຈະສືບຕໍ່ສະໜັບສະໜູນ EU ເຂົ້າຮ່ວມບັນດາໂຄງປະກອບປ້ອງກັນຊາດ - ປ້ອງກັນຄວາມໝັ້ນຄົງ ພາກພື້ນຢູ່ອາຊີ - ປາຊີຟິກ, ໃນນັ້ນມີກົນໄກ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດຂອງບັນດາປະເທດ ອາຊຽນ ເປີດກ້ວາງ (ADMM+).

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ໃຫ້ການຕ້ອນຮັບທູດປ້ອງກັນຊາດ ແລະ ທະຫານບົກ, ທູດກອງທັບເຮືອ, ທູດກອງທັບອາກາດ ໄທທັງຜູ້ໃໝ່ ແລະ ຜູ້ເກົ່າທີ່ເຂົ້າຢ້ຽມອຳລາ ແລະ ເຂົ້າຢ້ຽມຂ່ຳນັບ. ທ່ານ ພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງ ການປະກອບສ່ວນຢ່າງຕັ້ງໜ້າຂອງ ທູດປ້ອງກັນຊາດ ແລະ ທະຫານບົກ, ທູດກອງທັບເຮືອ, ທູດກອງທັບອາກາດ ໄທ ໃນອາຍຸການທີ່ຜ່ານມາໂດຍໄດ້ມານະພະຍາຍາມຊຸກຍູ້ການພົວພັນປ້ອງກັນຊາດລະຫວ່າງ ສອງປະເທດ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາ ທູດຄົນໃໝ່ປະຕິບັດ ສຳເລັດໜ້າທີ່ໃຫ້ເປັນຢ່າງດີ.

ຕອບກັບ