ຫວຽດນາມ ດຶງດູດທຶນ FDI ເກືອບ 19 ຕື້ USD

Chia sẻ
(VOVWORLD) - ສະເພາະໃນເດືອນ ກໍລະກົດ 2020, ທົ່ວປະເທດດຶງດູດເງິນລົງທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຮຸ້ນຂອງນັກລົງທຶນຕ່າງປະເທດໄດ້ 3,15 ຕື້ USD, ເພີ່ມຂຶ້ນ 79,8%

ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, 7 ເດືອນຜ່ານມາ, ຍອດທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຮຸ້ນຂອງນັກລົງທຶນຕ່າງປະເທດບັນລຸໄດ້ 18,82 ຕື້ USD, ເທົ່າກັບ 93,1% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ຕາມນັ້ນແລ້ວ, ມີ 1.620 ໂຄງການ ໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນໃໝ່, ດ້ວຍເງິນລົງທຶນຈົດທະບຽນທັງໝົດບັນລຸ 9,46 ຕື້ USD.

ຫວຽດນາມ ດຶງດູດທຶນ FDI ເກືອບ 19 ຕື້ USD - ảnh 1 (ພາບປະກອບ/TTXVN)

        ສະເພາະໃນເດືອນ ກໍລະກົດ 2020, ທົ່ວປະເທດດຶງດູດເງິນລົງທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຮຸ້ນຂອງນັກລົງທຶນຕ່າງປະເທດໄດ້ 3,15 ຕື້ USD, ເພີ່ມຂຶ້ນ 79,8% ເມື່ອທຽບໃສ່ໄລຍະດຽວກັນປີ 2019 ແລະ ກວມເອົາ 16,7% ຍອດຈຳນວນເງິນລົງທຶນທີ່ດຶງດູດໄດ້ໃນ 7 ເດືອນ.

ຕອບກັບ