ຫວຽດນາມ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວໃນກຸ່ມ ອາຊຽນ

ນັກ​ຂ່າວ VOV ປະ​ຈຳ ລາວ
Chia sẻ
(VOVWORLD) - ດ້ວຍຫົວຂໍ້ “ການທ່ອງທ່ຽວມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ - ເພື່ອອະນາຄົດ ອາຊຽນ ແບບຍືນຍົງ”, ກອງປະຊຸມໄດ້ປຶກສາຫາລື ແລະ ອັບເດດການຜັນຂະຫຍາຍແຜນຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025
ຫວຽດນາມ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວໃນກຸ່ມ ອາຊຽນ - ảnh 1ກອງປະຊຸມຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ

ວັນທີ 23 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດກອງປະຊຸມບັນດາອົງການທ່ອງທ່ຽວລະດັບຊາດ ອາຊຽນ ຄັ້ງທີ 59. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ເປັນຫົວໜ້າຄະນະ.

        ດ້ວຍຫົວຂໍ້ “ການທ່ອງທ່ຽວມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ - ເພື່ອອະນາຄົດ ອາຊຽນ ແບບຍືນຍົງ”, ກອງປະຊຸມໄດ້ປຶກສາຫາລື ແລະ ອັບເດດການຜັນຂະຫຍາຍແຜນຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ບັນດາຂໍ້ຕົກລົງກ່ຽວຂ້ອງເຖິງການທ່ອງທ່ຽວທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ແລະ 43; ໝາກຜົນຂອງບົດລາຍງານຂອງຄະນະກຳມະການທ່ອງທ່ຽວ ອາຊຽນ ແລະ ບັນດາບັນຫາອື່ນໆກ່ຽວຂ້ອງເຖິງບັນດາຄູ່ຮ່ວມມື, ຄູ່ເຈລະຈາ, ກໍ່ຄືກະກຽມ ແລະ ປຶກສາຫາລືໂຄງການດຳເນີນງານ ແລະ ຖະແຫຼງການດ້ານສື່ສານຂອງກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ ຄັ້ງທີ 27 ພ້ອມກັບບັນດາກອງປະຊຸມກ່ຽວຂ້ອງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຍົກອອກບາງການກຳນົດທິດ ແລະ ແນວຄວາມຄິດໃຫ້ແກ່ການຮ່ວມມືໃນພາກພື້ນ, ຖືວ່າ ໄປຄຽງຄູ່ກັບບັນດາຕະຫຼາດຄື: ອາເມລິກາ, ອັງກິດ, ອົດສະຕາລີ ແລະ ອິນເດຍ ແລະ ບັນດາບັ້ນເຄື່ອນໄຫວພາຍໃນກຸ່ມ, ອາຊຽນ ຄວນເອົາໃຈໃສ່ເຖິງບັນດາການເຄື່ອນໄຫວລວມຢູ່ 3 ປະເທດຄູ່ຮ່ວມມື, ເຊິ່ງລວມມີ: ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ; ພ້ອມທັງ, ໝູນໃຊ້ທ່າແຮງຂອງບັນດາຄູ່ຮ່ວມມື, ຄູ່ເຈລະຈາ ເພື່ອໂຄສະນາການທ່ອງທ່ຽວ ອາຊຽນ. ໄປຄຽງຄູ່ກັນນັ້ນ, ອາຊຽນ ກໍ່ຄວນມານະພະຍາຍາມຫຼາຍກ່ວາເພື່ອພັດທະນາ, ຫັນຜະລິດຕະພັນການທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກຫຼາຍກ່ວາອີກ, ໃນນັ້ນ ອາຊຽນ  ອາດສາມາດພ້ອມກັນຈັດງານບຸນລວມຂອງພາກພື້ນ.

                                     

ຕອບກັບ