ຫວຽດ​ນາມ - ຈີນ ປະ​ຕິ​ບັດຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ເປັນ​ຢ່າງ​ດີ

Chia sẻ
(VOVWORLD) - ວັນທີ 04 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ, ທ່ານເລຂາທິການໃຫຍ່ ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ, ໄດ້ພົບປະເຈລະຈາກັບຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໜູງຣູງ, ເລຂາທິການໃຫຍ່ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຈີນ - ຫວຽດນາມ.
ຫວຽດ​ນາມ - ຈີນ ປະ​ຕິ​ບັດຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ (ພາບ: TTXVN)

ທີ່ກອງປະຊຸມເຈລະຈາ, ສອງຝ່າຍໄດ້ເຫັນດີເພີ່ມທະວີການພົບປະແລກປ່ຽນ, ຈັດຕັ້ງການຢ້ຽມຢາມຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ; ຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງສອງພັກຢ່າງມີປະສິດທິຜົນ ແລະ ຈັດຕັ້ງວາລະປະຊຸມຄັ້ງທີ 16 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ໃຫ້ເປັນຢ່າງດີ; ເພີ່ມທະວິການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ພ້ອມດຽວກັນນັ້ນ, ກໍ່ເປີດກວ້າງການຮ່ວມມືດ້ານເສດຖະກິດ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ; ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ; ສືບຕໍ່ຄຸ້ມຄອງເສັ້ນຊາຍແດນທາງບົກໃຫ້ເປັນຢ່າງດີ; ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ຫຼື ເກີດຂຶ້ນໃໝ່ຢູ່ເຂດຊາຍແດນໃຫ້ຖືກຕ້ອງຕາມເອກະສານ, ຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງຝ່າຍ.

        ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມ, ຈຸດສຸມແມ່ນບັນດາເສັ້ນທາງບົກ, ທາງລົດໄຟ ທີ່ເຊື່ອມຕໍ່ບັນດາແຂວງພາກເໜືອ ຫວຽດນາມ ກັບພາກໃຕ້, ເຂດຕາເວັນຕົກຕອນໃຕ້ ຂອງຈີນ; ສະເໜີໃຫ້ ຈີນ ເປີດກວ້າງການນຳເຂົ້າສິນຄ້າ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງຂອງ ຫວຽດນາມ; ສ້າງເງື່ອນໄຂສະດວກເພື່ອສ້າງຕັ້ງບັນດາຫ້ອງການສົ່ງເສີມການຄ້າ ຫວຽດນາມ ຢູ່ ຫາຍເຂົາ, ເຈັງດູ, ໜານຈິງ ໂດຍໄວ; ເຈລະຈາເຊັນກອບຂໍ້ຕົກລົງກ່ຽວກັບການຄ້າເຂົ້າສານໂດຍໄວ, ໜູນຊ່ວຍວິສາຫະກິດບັນລຸ “ເຄື່ອງໝາຍການຄ້າແຫ່ງຊາດ” ຂອງ ຫວຽດນາມ ສ້າງຊ່ອງຈຳໜ່າຍ, ພັດທະນາເຄື່ອງໝາຍການຄ້າຢູ່ຕະຫຼາດ ຈີນ. ທ່ານຮອງລັດຖະມົນຕີກໍສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືກ່ຽວກັບແຫຼ່ງຊັບພະຍາກອນນ້ຳ, ນຳໃຊ້ແຫຼ່ງນ້ຳຢູ່ແມ່ນໍ້າຂອງ ຢ່າງມີປະສິດທິຜົນ ແລະ ຍືນຍົງ.

        ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ສອງຝ່າຍເຫັນດີປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາຢູ່ທະເລ ຫວຽດນາມ - ຈີນ ໃຫ້ເປັນຢ່າງດີ, ມານະພະຍາຍາມຄວບຄຸມ ແລະ ແກ້ໄຂຂໍ້ຂັດແຍ້ງກັນຢູ່ທະເລໃຫ້ເປັນຢ່າງດີ; ພ້ອມກັບບັນດາປະເທດ ອາຊຽນ ປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ; ສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນໂດຍໄວ.

        ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ສະເໜີໃຫ້ສອງຝ່າຍ ເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດຕັດສິນຂອງກັນທີ່ໄດ້ສ້າງຕັ້ງຂຶ້ນມາໃຫ້ສອດຄ່ອງກັບກົດໝາຍສາກົນ, ບໍ່ປະໃຫ້ເກີດກໍລະນີສັບສົນ, ສົ່ງຜົນກະທົບຕໍ່ສາຍພົວພັນລະຫວ່າງສອງປະເທດ, ແກ້ໄຂບັນຫາກ່ຳປັ່ນຫາປາ, ຊາວປະມົງໃຫ້ເໝາະສົມເທົ່າທີ່ຄວນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ຕອບກັບ