ຫວຽດ​ນາມ - ຈຸດ​ນັດ​ພົບ​ບຸ​ລິ​ມະ​ສິດ​ຂອງ​ທະ​ນາ​ຄານ Standard Chartered

Chia sẻ
(VOVWORLD) -ທ່ານ Jose Vinals ໃຫ້ຮູ້ວ່າ ທະນາຄານ Standard Chartered ມີຄວາມສາມາດລົງທຶນຫຼາຍກວ່າອີກ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະ ປະກອບສ່ວນຫຼາຍຢ່າງເພື່ອຜົນປະໂຫຍດດ້ານເສດຖະກິດຂອງ ຫວຽດນາມ. ຫວຽດນາມ ມີໂອກາດກາຍເປັນໜຶ່ງໃນບັນດາໂຮງງານຜະລິດສຳຄັນຂອງໂລກ ແລະ ສາມາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກນັບມື້ນັບເລິກເຊິ່ງກວ້າງຂວາງ.  
ຫວຽດ​ນາມ - ຈຸດ​ນັດ​ພົບ​ບຸ​ລິ​ມະ​ສິດ​ຂອງ​ທະ​ນາ​ຄານ Standard Chartered - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ  ເຮັດວຽກກັບທະນາຄານ Standard Chartered (ພາບ: conthuong.vn)

ທະນາຄານ Standard Chartered ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດນັດພົບບຸລິມະສິດໃນຈຳນວນພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນ ຍ້ອນມີຄວາມສາມາດບົ່ມຊ້ອນໃນການພັດທະນາ ແລະ ນະໂຍບາຍເປີດປະຕູເຊື່ອມໂຍງ. ນີ້ແມ່ນຄຳກ່າວປາໄສຂອງທ່ານ Jose Vinals, ປະທານ ທະນາຄານ Standard Chartered Bank Group ໃນການພົບປະສົນທະນາກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ Glasgow, Scotland (ລາຊະອານາຈັກອັງກິດ) ນັບແຕ່ວັນທີ 31/10 – 3/11 ພະຈິກ.

        ເມື່ອແລກປ່ຽນກັບທ່ານ Jose Vinals, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສ້າງລະບອບລະບຽບການທີ່ຈຳເປັນເພື່ອຍົກສູງກຳລັງຄວາມສາມາດພາຍໃນຂອງພື້ນຖານເສດຖະກິດ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ ຫວຽດນາມ. ກະຊວງອຸດສາຫະກຳ - ການຄ້າ ກໍຈະຊຸກຍູ້ວິວັດການຫັນເປັນດີຈີຕອນໃນທຸກຂົງເຂດການຜະລິດ, ການຄ້າ ແລະ ເດີນຕາມຮູບແບບພັດທະນາແບບຍືນຍົງ.

        ສ່ວນທ່ານ Jose Vinals ໃຫ້ຮູ້ວ່າ ທະນາຄານ Standard Chartered ມີຄວາມສາມາດລົງທຶນຫຼາຍກວ່າອີກ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະ ປະກອບສ່ວນຫຼາຍຢ່າງເພື່ອຜົນປະໂຫຍດດ້ານເສດຖະກິດຂອງ ຫວຽດນາມ. ຫວຽດນາມ ມີໂອກາດກາຍເປັນໜຶ່ງໃນບັນດາໂຮງງານຜະລິດສຳຄັນຂອງໂລກ ແລະ ສາມາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກນັບມື້ນັບເລິກເຊິ່ງກວ້າງຂວາງ.  

 

ຕອບກັບ