ຫວຽດນາມ ກຽມພ້ອມຮ່ວມມືເພື່ອແນໃສ່ຫັນບັນດາບຸລິມະສິດຂອງ ອາຊຽນ ໃນປີ 2023 ໃຫ້ປະກົດຜົນເປັນຈິງ

Chia sẻ
(VOVWORLD) - ທີ່ກອງປະຊຸມ SOM, ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ໄດ້ເຫັນດີເປັນເອກະພາບທິດທາງການຜັນຂະຫຍາຍບັນດາເນື້ອໃນໄດ້ບຸລິມະສິດຂອງ ອາຊຽນ ໃນປີ 2023, ເຊິ່ງລວມມີ: ຊຸກຍູ້ການເຕີບໂຕ ແລະ ຟື້ນຟູ; ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນລະບົບຂອງ ອາຊຽນ
ຫວຽດນາມ ກຽມພ້ອມຮ່ວມມືເພື່ອແນໃສ່ຫັນບັນດາບຸລິມະສິດຂອງ ອາຊຽນ ໃນປີ 2023 ໃຫ້ປະກົດຜົນເປັນຈິງ - ảnh 1ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) (SOM)
(ພາບ:ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 6 ມີນາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) (SOM) ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ, ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM) ແລະ ກອງປະຊຸມຄັ້ງທີ 15 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ (ACCWG) ກ່ຽວກັບ Timor – Leste ເຂົ້າເປັນສະມາຊິກ ອາຊຽນ.

        ທີ່ກອງປະຊຸມ SOM, ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ໄດ້ເຫັນດີເປັນເອກະພາບທິດທາງການຜັນຂະຫຍາຍບັນດາເນື້ອໃນໄດ້ບຸລິມະສິດຂອງ ອາຊຽນ ໃນປີ 2023, ເຊິ່ງລວມມີ: ຊຸກຍູ້ການເຕີບໂຕ ແລະ ຟື້ນຟູ; ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນລະບົບຂອງ ອາຊຽນ; ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງດ້ານແບບໃໝ່, ພິເສດແມ່ນຄ້ຳປະກັນດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງທາງອິນເຕີເນັດ, ອາດຊະຍາກຳຂ້າວຊາດ, ສ້າງຄວາມເຂັ້ມແຂງດ້ານສາທາລະນະສຸກ, ຄວາມໝັ້ນຄົງດ້ານການເມືອງ - ເສດຖະກິດ… ບັນດາປະເທດ ອາຊຽນ ເນັ້ນໜັກການຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍບົດບາດຂອງ ອາຊຽນ ໃນຄວາມມານະພະຍາຍາມໜູນຊ່ວຍ ມຽນມາ ຊອກຫາມາດຕະການມີຄວາມສາມາດເປັນໄປໄດ້, ໝັ້ນຄົງໃຫ້ແກ່ວິກິດການໃນປະຈຸບັນ; ຍົກສູງຫຼັກໝັ້ນຫຼັກການຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ຕັດສິນໃຈສ້າງ ທະເລຕາເວັນອອກ ກາຍເປັນເຂດທະເລສັນຕິພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ