ຫວຽດນາມ ກ່າວປະນາມຢ່າງແຮງບັນດາການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງແນໃສ່ສາມັນຊົນຢູ່ເຂດ ກາຊາ

Chia sẻ
(VOVWORLD) - ຫວຽດນາມ ກ່າວປະນາມຢ່າງແຮງບັນດາການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງແນໃສ່ສາມັນຊົນ, ບັນດາຮາກຖານມະນຸດສະທຳ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ.
ຫວຽດນາມ ກ່າວປະນາມຢ່າງແຮງບັນດາການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງແນໃສ່ສາມັນຊົນຢູ່ເຂດ ກາຊາ  - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 18 ຕຸລາ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບສະພາບການເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ເຂດ ຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ກ່າວປະນາມຢ່າງແຮງບັນດາການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງແນໃສ່ສາມັນຊົນ, ບັນດາຮາກຖານມະນຸດສະທຳ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ. ຫວຽດນາມ ຮຽກຮ້ອງບັນດາຝ່າຍຢຸດຍິງໃນທັນທີ, ຢຸດຕິບັນດາການກະທຳໃຊ້ຄວາມຮຸນແຮງ, ເຄົາລົບກົດໝາຍມະນຸດສະທຳສາກົນ, ເຊື່ອມຕໍ່ການເຈລະຈາ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຜ່ານໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ແນໃສ່ບັນລຸໄດ້ມາດຕະການຍຸຕິທຳ, ສົມເຫດສົມຜົນ ແລະ ຍາວນານ ໃຫ້ແກ່ວິວັດການສັນຕິພາບຢູ່ຕາເວັນອອກກາງ, ຮັບປະກັນຊີວິດອິນຊີ, ຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນ. ຫວຽດນາມ ສະໜັບສະໜູນ ແລະ ກຽມພ້ອມເຂົ້າຮ່ວມໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ຊຸກຍູ້ການເຈລະຈາ ແລະ ໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດເກີດການປະທະກັນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ຢູ່ພາກພື້ນ ແລະ ຢູ່ ໃນໂລກ.

ຕອບກັບ