ຫວຽດນາມ - ກໍາປູ​ເຈຍ ສືບ​ຕໍ່​ສົມທົບ​ກັນ​ປະຕິບັດ​ຖະ​ແຫຼງການຮ່ວມ, ສັນຍາ, ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສະບັບ​ຕ່າງໆລະຫວ່າງ​ສອງ​ຝ່າຍ​ໃຫ້​ເປັນ​ຢ່າງ​ດີ

Chia sẻ
(VOVWORLD) -ຕອນບ່າຍວັນທີ 09 ກໍລະກົດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານພັກປະຊາຊົນ  ກໍາປູເຈຍ (CPP), ນາຍົກລັດຖະມົນຕີ ກໍາປູເຈຍ Samdech Techo Hun Sen ໄດ້ມີການໂອ້ລົມທາງໂທລະສັບເພື່ອແລກປ່ຽນກ່ຽວກັບສະພາບການ ແລະ ການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ.
ຫວຽດນາມ - ກໍາປູ​ເຈຍ ສືບ​ຕໍ່​ສົມທົບ​ກັນ​ປະຕິບັດ​ຖະ​ແຫຼງການຮ່ວມ, ສັນຍາ, ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສະບັບ​ຕ່າງໆລະຫວ່າງ​ສອງ​ຝ່າຍ​ໃຫ້​ເປັນ​ຢ່າງ​ດີ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານພັກປະຊາຊົນ  ກໍາປູເຈຍ (CPP), ນາຍົກລັດຖະມົນຕີ ກໍາປູເຈຍ Samdech Techo Hun Sen ຕີລາຄາສູງກ່ຽວກັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໄດ້ຮັບການປັບປຸງ ແລະ ພັດທະນາທັງລວງເລິກ ແລະ ລວງກວ້າງໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ອັນໄດ້ນໍາມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ພ້ອມທັງຢັ້ງຢືນວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການເພີ່ມພູນຄູນສ້າງສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກໍາປູເຈຍ ນັບມື້ນັບພັດທະນາ. ສອງຝ່າຍເຫັນດີສືບຕໍ່ປະຕິບັດບັນດາຖະແຫຼງການຮ່ວມ, ສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່່າຍໃຫ້ເປັນຢ່າງດີ; ຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມຄະນະກໍາມະການປະສົມຄັ້ງທີ 18, ກອງປະຊຸມຄັ້ງທີີ 11 ກ່່ຽວກັບການຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນລະຫວ່າງ ຫວຽດນາມ - ກໍາປູເຈຍ; ສືບຕໍ່ເຈລະຈາເພື່ອແກ້ໄຂບັນດາເຂດຊາຍແດນທີ່ຍັງເຫຼືອ ເຊິ່ງຍັງບໍ່ທັນປັກຫຼັກໝາຍຊາຍແດນ;  ກໍ່ສ້າງເສັ້ນຊາຍແດນລະຫວ່າງ ຫວຽດນາມ - ກໍາປູເຈຍ ໃຫ້ມີຄວາມສັນຕິພາບ, ສະຖຽນລະພາບ ແລະ ສືບຕໍ່ພັດທະນາ. 

ຕອບກັບ