ຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 10 ຂອງ ສິງກະໂປ

Chia sẻ
(VOVWORLD) - ໝວດສິນຄ້າຂອງຫວຽດນາມ ສົ່ງອອກໄປຍັງ ສິງກະໂປ ສ່ວນຫລາຍບັນລຸການເຕີບໂຕຢ່າງແຮງ,ໃນນັ້ນ ມີຫລາຍໝວດສິນຄ້າບັນລຸລະດັບການເຕີບໂຕສູງເຊັ່ນ: ເຫລັກກ້າ ເພີ່ມຂຶ້ນ 30 ເທົ່າ.
ຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 10 ຂອງ ສິງກະໂປ - ảnh 1ສິນຄ້າ ຢູ່ ກຸ່ມທ່າກຳປັ່ນ ກາຍແມັບ: ພາບ:Hồng Đạt/TTXVN

ທູດການຄ້າ ຫວຽດນາມ ຢູ່ ສິງກະໂປ  ໃຫ້ຮູ້ວ່າ: ໃນເດືອນມັງກອນປີ 2024, ວົງເງິນນຳເຂົ້າສົ່ງອອກ ລະຫວ່າງ ສິງກະໂປ ກັບບັນດາຄູ່ຮ່ວມມືໃຫຍ່ ລ້ວນແຕ່ຟື້ນຕົວ ແລະ ເຕີບໂຕ. ເປັນຫນ້າສົນໃຈ, ໃນເດືອນມັງກອນປີນີ້, ຫວຽດນາມ ບື່ນຕົວຂຶ້ນຢືນອັນດັບແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 10 ຂອງ ສິງກະໂປ, ດ້ວຍວົງເງິນການຄ້າສອງສົ້ນກ່ວາ 2,9 ຕື້ (ປະມານ SGD2,1 ຕື້ USD), ເພີ່ມຂຶ້ນກວ່າ 18%. ພິເສດ ຫວຽດນາມ ແມ່ນຕະຫລາດສົ່ງອອກທີ 8 ຂອງສິງກະໂປ ດ້ວຍວົງເງິນ 1,66 tỷ USD, ເພີ່ມຂຶ້ນເກືອບ 15 % ແລະ ແມ່ນຄູ່ຮ່ວມມືນຳເຂົ້າຢືນອັນດັບທີ 17/20 ຄູ່ຮ່ວມມືນຳເຂົ້າໃຫຍ່ສຸດຂອງ ສິງກະໂປ

ໝວດສິນຄ້າຂອງຫວຽດນາມ ສົ່ງອອກໄປຍັງ ສິງກະໂປ ສ່ວນຫລາຍບັນລຸການເຕີບໂຕຢ່າງແຮງ,ໃນນັ້ນ ມີຫລາຍໝວດສິນຄ້າບັນລຸລະດັບການເຕີບໂຕສູງເຊັ່ນ: ເຫລັກກ້າ ເພີ່ມຂຶ້ນ 30 ເທົ່າ.

ຕອບກັບ