ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 2 ຄົນ ເປັນຄົນເຂົ້າເມືອງໃນຕອນເຊົ້າວັນທີ 24 ເມສາ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 24 ເມສາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ແຕ່ 18 ໂມງວັນທີ 23 ເມສາ ຫາ 6 ໂມງວັນທີ 24 ເມສາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ຶ້ອໂຄວິດ-19 ຕື່ມອີກ 2 ຄົນ ລ້ວນແຕ່ແມ່ນຄົນເຂົ້າເມືອງ ແລະ ໄດ້ຮັບການແຍກຕົວ, ໃນນັ້ນ ມີ 1 ຄົນຖືສັນຊາດ ອິນເດຍ ແລະ 1 ຄົນຖືສັນຊາດ ຫວຽດນາມ.

ສະນັ້ນ, ປະຈຸບັນ ຫວຽດນາມ ມີ 2.832 ຜູ້ຕິດເຊື້ອຄົນຕິດເຊືື້ອໂຄວິດ-19, ໃນນັ້ນ ມີ 1.570 ຄົນຕິດເຊື້ອໃນຊຸມຊົນ. ມາຮອດປະຈຸບັນ ຜູ້ຕິດເຊື້ອໄດ້ປິ່ນປົວຫາຍດີເປັນປົກກະຕິແມ່ນ 2.490 ຄົນ ແລະ ມີ 35 ຄົນເສຍຊີວິດ.

ຕອບກັບ