ສ.ເຊັກໂກສະໜັບສະໜູນອີຢູລົງນາມໃນສັນຍາການຄ້າເສລີກັບຫວຽດນາມໂດຍໄວ

Chia sẻ
(vovworld) – ​ ວັນ​ທີ 15/06 ຢູ່​ນະຄອນຫລວງ Praha ສ.​ເຊັກ​ໂກ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິງ ມີ​ບັນດາ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທາ​ນາ​ທິບໍດີ ສ.​ເຊັກ​ໂກ Milos Zeman
ສ.ເຊັກໂກສະໜັບສະໜູນອີຢູລົງນາມໃນສັນຍາການຄ້າເສລີກັບຫວຽດນາມໂດຍໄວ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ  ດັ້ງ​ທິງ​ອກທິງ
 ແລະ ທ່ານ​ປະທານ​ສະພາ​ສູງ Milan Stech
(ພາບສຳນັກຂ່າວສານຫວຽດນາມ)

(vovworld) – ​ ວັນ​ທີ 15/06 ຢູ່​ນະຄອນຫລວງ Praha ສ.​ເຊັກ​ໂກ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິງ ມີ​ບັນດາ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທາ​ນາ​ທິບໍດີ ສ.​ເຊັກ​ໂກ Milos Zeman, ທ່ານ​ປະທານ​ສະພາ​ສູງ Milan Stech  ​ແລະ ທ່າ​ນຮອງ​ປະທານ​ສະພາ​ຕ່ຳ Vojtech Filip ພ້ອມ​ກັບ​ຜູ້ຕາງໜ້າ​​ບັນດາ​ພັກ​ໃນ​ສະພາ​ແຫ່ງ​ຊາດ ສ.​ເຊັກ​ໂກ ຄື: ພັກ​ສັງຄົມ​ປະຊາທິປະ​ໄຕ, ພັກ​ກອມ​ມູນິດ, ຂະ​ບວນການ ANO…ທີ່​ບັນດາ​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ຢືນຢັນ​ວ່າ: ​ໃນ​ຂະນະ​ປະຕິບັດ​ນະໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ຫັນ​ການ​ພົວພັນກັບ​ສາກົນ​ເປັນຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື​ຫລາຍ​ດ້ານ​ກັບ ສ.​ເຊັກ​ໂກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ກໍ່​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ເປີດ​ປະຕູ, ສ້າງ​ສະພາບ​ແວດ​ລ້ອມທີ່​ສະດວກ​​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ລົງທຶນ ສ.​ເຊັກ​ໂກ ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງທິງ​ອກທິງ ​ແຈ້ງ​ໃຫ້​ທ່ານ​ປະທານາທິບໍດີ Milos Zeman  ​ແລະ ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ ເຊັກ​ໂກ ​​ໄດ້​ຮັບ​ຊາບກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ຢ່າງ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບນຳ​ກັນ​ວ່າ ຄວາມ​ແກ້​ໄຂການ​ຂັດ​

ແຍ້​ງທັງໝົດ​​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ. ກ່ຽວ​ກັບ​ຝ່າຍ ສ.ເຊັກ​ໂກ ທ່ານ​ປະທານາທິບໍດີ Milos Zeman  ​ແລະ ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ ເຊັກ​ໂກ ຢືນຢັນ​ວ່າ: ຈະ​ສະໜັບສະ​ໜູນ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ​ອີ​ຢູ; ສະໜັບສະໜູນ ອີ​ຢູ ລົງ​ນາມ​​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ ​ແລະ ຮັບຮອງ​​ກົດ​ລະບຽບ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ ໂດຍ​ໄວ.