ສ.ເກົາຫຼີປຶກສາຫາລືກັບ UNDP ກ່ຽວກັບການອຸປະຖຳໃຫ້ແກ່ສປປ.ເກົາຫຼີ

Chia sẻ
(VOVWORLD) -ກະຊວງທ້ອນໂຮມຊາດສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ອາດຈະສົ່ງເຄື່ອງອຸປະຖຳໃຫ້ສປປ.ເກົາຫຼີ ໃນເດືອນກັນຍານີ້ ຕາມແຜນການ.

ສ.ເກົາຫຼີປຶກສາຫາລືກັບ UNDP ກ່ຽວກັບການອຸປະຖຳໃຫ້ແກ່ສປປ.ເກົາຫຼີ - ảnh 1 ສ.ເກົາຫຼີ ອາດຈະສົ່ງເຄື່ອງອຸປະຖຳໃຫ້ສປປ.ເກົາຫຼີ ໃນເດືອນກັນຍານີ້ ຕາມແຜນການ

(ພາບປະກອບ: AFP/TTXVN)

ວັນທີ 28 ກັນຍາ, ສຳນັກຂ່າວສານ Yonhap ໄດ້ຄັດແຫຼ່ງຂ່າວຈາກກະຊວງການຕ່າງປະເທດສ.ເກົາຫຼີ ໂດຍໃຫ້ຮູ້ວ່າ, ທ່ານ Kang Kyung wha, ລັດຖະມົນຕີການຕ່າງປະເທດສ.ເກົາຫຼີ ໄດ້ມີການພົບປະກັບທ່ານ Achim Steiner, ຜູ້ອຳນວຍການໃຫຍ່ໂຄງການພັດທະນາສະຫະປະຊາຊາດ (UNDP), ຢູ່ສຳນັກງານ UNDP, ທີ່ນິວຢອກ, ປະເທດອາເມລິກາ, ເພື່ອປຶກສາຫາລືບັນຫາອຸປະຖຳໃຫ້ແກ່ສປປ.ເກົາຫຼີ. ນອກນັ້ນ, 2 ຝ່າຍກໍ່ໄດ້ແລກປ່ຽນຄຳເຫັນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການປະຕິບັດການປະຕິຮູບລະບົບພັດທະນາສະຫະປະຊາຊາດ, ບັນດາໂຄງການຮ່ວມມືລະຫວ່າງ UNDP ແລະ ສ.ເກົາຫຼີ, ທິດທາງການອຸປະຖຳໃຫ້ແກ່ສປປ.ເກົາຫຼີ.

        ກ່ອນໜ້ານັ້ນ, ວັນທີ 06 ກັນຍາ, ກະຊວງທ້ອນໂຮມຊາດສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ອາດຈະສົ່ງເຄື່ອງອຸປະຖຳໃຫ້ສປປ.ເກົາຫຼີ ໃນເດືອນກັນຍານີ້ ຕາມແຜນການ.

ຕອບກັບ